• ກອງຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນ
  • ຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມຄ
  • ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ
  • ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກ
  • ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວ
  • ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນ
ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

         ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປ...
Previous
Next

ຂ່າວໃໝ່

ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021

       

           ໃນຕອນເຊົ້າຂອງວັນທີ 21 ມັງກອນ 2022 ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດຕັ້ງພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021 ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ຄອນພະຈິດ ທັນຍາສິດ ຮອງປະທານກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສົມສັກ ຄໍາລ້ານ ຮອງປະທານສະຫະພັນກຳມະບານແຂວງ, ມີຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ບັນດາແຂກເຊີນທີ່ມາຈາກຮາກຖານກໍາມະບານອ້ອມຂ້າງ ແລະ ສະມາຊິກກໍາມະບານພາຍໃນຮາກຖານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ.

           ໃນພິທີດັ່ງກ່າວ ສະຫາຍ ຄອນພະຈິດ ທັນຍາສິດ ຮອງປະທານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021. ຜ່ານການຈັດຕັ້ງປະຕິບັດ ສາມາດສະຫຼຸບຕີລາຄາ ໄດ້ວ່າ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ; ເຊິ່ງໄດ້ເອົາຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນວຽກງານວິຊາສະເພາະແຕ່ລະຂະແໜງການ ເປັນຕົ້ນການສຶກສາອົບການເມືອງ-ແນວຄິດ, ເປັນເຈົ້າການປັບປຸງແບບແຜນການນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ, ເປັນເຈົ້າປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ເປັນເຈົ້າໃນການຕິດຕາມກວດກາ, ຄຸມຄ້ອງເສດຖະກິດ-ສັງຄົມ ເຊິ່ງລວມແຕ່ລະດ້ານສາມາດຈັດຕັ້ງປະຕິບັດໄດ້ 89,1% ແລະ ໄດ້ຮັບການຢັ້ງຢືນກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຮາກຖານ 5 ເປັນເຈົ້າ. ພ້ອມກັນນັ້ນໃນພິທີຍັງໄດ້ພ້ອມກັນຮັບຮອງເອົາທິດທາງແຜນການ ປະຈໍາສົກປີ 2022 ແລະ ພ້ອມກັນຈັບມືກັນເພື່ອຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດ.

          ໂອກາດດັ່ງກ່າວ  ສະຫາຍ ສະຫາຍ ສົມສັກ ຄໍາລ້ານ ຮອງປະທານສະຫະພັນກຳມະບານແຂວງ. ເຊິ່ງທ່ານໄດ້ຍ້ອງຍໍ ແລະ ຊົມເຊີຍຕໍ່ຜົນງານ ທີ່ກໍາມະບານຮາກຖານ​ຄະນະໂຄສະນາອົບຮົມແຂວງ ຍາດມາໄດ້ໄລຍະທີ່ຜ່ານມາ ແລະ  ຈົ່ງສືບຕໍ່ຮັກສາມູນເຊື້ອຜົນງານດັ່ງກ່າວ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດເນື້ອໃນ 5 ເປັນເຈົ້າໃຫ້ເຂົ້າສູ່ລວງເລິກ, ຕິດພັນກັບວິຊາສະເພາະ  ແລະ ເປັນເສນາທິການດ້ານການເມືອງ-ແນວຄິດ ໃຫ້ແກ່ຄະນະພັກຂັ້ນເທິງ.

 

 

ສະຖິຕິຜູ້ເຂົ້າຊົມ:

200560
ມື້ນີ້ມື້ນີ້66
ມື້ວານນີ້ມື້ວານນີ້87
ອາທິດນີ້ອາທິດນີ້663
ເດືອນນີ້ເດືອນນີ້945
ທັງໝົດທັງໝົດ200560

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ