• ກອງຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນ
  • ຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມຄ
  • ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ
  • ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກ
  • ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວ
  • ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນ
ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

         ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປ...
Previous
Next

ຂ່າວໃໝ່

ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມໃຫຍ່ ຄັ້ງ II

 

       ໃນຕອນບ່າຍວັນທີ 13 ຕຸລາ 2021 ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານ ຂອງທ່ານ ນ. ສາຍສະໝອນ ຈິດດາວົງ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້້າຮ່ວມໂດຍ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີທ່ານ ນ. ປອ ວຽງມາລີ ສຸລິໄຊ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍແຂກເຊີນ ແລະ ສະມາຊິກແມ່ຍິງພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.


         ໃນກອງປະຊຸມດັ່ງກ່າວ ທ່ານ ນ. ສາຍສະໝອນ ຈິດດາວົງ ຫົວໜ້າສະຫະພັນແມ່ຍິງໜ່ວຍ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານແມ່ຍິງຂອງໜ່ວຍ ຕະຫຼອດໄລຍະ 5 ປີ (2017-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2022-2026). ໃນບົດລາຍງານຍົກໃຫ້ເຫັນຜົນງານຂອງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ເອົາໃຈໃສ່ໃນການເຄື່ອນໄຫວວຽກງານຂ້ໍແຂ່ງ 3 ດີ, ຕິດພັນກັບວຽກງານ ແລະ ວິຊາສະເພາະ. ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ  ໃນ 5 ປີ ຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານວິຊາສະເພາະຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຕາມການມອບໝາຍເຊິ່ງມີຫຼາຍວຽກງານທີ່ພົ້ນເດັ່ນເຊັ່ນ: ຊຸກຍູ້ໂຄສະນາ-ປາຖະກະຖາມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ ແລະ ສາກົນ ໄດ້ທັງໝົດ 744 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 193.773 ເທື່ອຄົນ, ຍິງ 62.963 ເທື່ອຄົນ, ໂຄສະນາແນວທາງນະໂຍບາຍ, ມະຕິຄໍາສັ່ງໂດຍຜ່ານສື່, ລົງເວບໄຊສຄະນະໂຄສະນາອົບຮົມແຂວງ, ອອກລາຍງານວິທະຍຸກະຈາຍສຽງ ໄດ້ທັງໝົດ 131ບົດ ແລະ ສະໜອງວາລະສານໃຫ້ພາກສ່ວນອ້ອມຂ້າງແຂວງ ແລະ ເມືອງໄດ້ 9.456 ຫົວ; ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແຂວງ ແລະ ນິຕິກໍາຕ່າງໆ ໄດ້ທັງໝົດ 1.180 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 170.405 ຄົນ, ຍິງ 58,543 ຄົນ, ລົງຝຶກອົບຮົມຄວາມພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໄດ້ 5 ຊຸດ ມີຜູ້ເຂົ້າຮ່ວມ 167 ສະຫາຍ, ຍິງ 28 ສະຫາຍ, ອົບຮົມສະມາຊິກພັກໃໝ່ ໃນທົ່ວແຂວງໄດ້ທັງໝົດ 4 ຊຸດ ມີຜູ້ເຂົ້າຮ່ວມ 392 ສະຫາຍ, ຍິງ 148 ສະຫາຍ, ຮຽນສະໜັນສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກໃນທົ່ວແຂວງ ໄດ້ທັງໝົດ 136 ຊຸດ ມີຜູເຂົ້າຮຽນທັງໝົດ 1.508 ສະຫາຍ, ຍິງ 566 ສະຫາຍ; ເອົາໃຈໃສ່ໃນການຕິດຕາມເກັບກໍາສະພາບແນວຄິດຫາງ-ສັງຄົມ ຈາກຕາໜ່າງເພື່ອນຮ່ວມງານ ໃນໄລຍະຜ່ານໄດ້ທັງໝົດ 217 ຫາງສຽງ, ຫາງດ້ານຕັ້ງໜ້າ 15 ຫາງສຽງ, ດ້ານຫຍໍ້ທໍ້ 187 ຫາງສຽງ ບັນດາຫາງສຽງແມ່ນໄດ້ຮັບການແກ້ໄຂສໍາເລັດ 187 ຫາງສຽງ. ນອກນັ້ນກອງປະຊຸມຍັງປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ເພຶື່ອສືບຕໍ່ນໍາພາ-ຊີ້ນໍາ ເອື້ອຍນ້ອງແມ່ຍິງໜ່ວຍ ເຄື່ອນໄຫວວຽກງານແມ່ຍິງຕາມພາລະບົດບາດ ເຊິ່ງມີຜູ້ສະມັກ 3 ສະຫາຍ, ປ່ອນບັດໄດ້ 2 ສະຫາຍ ແລະ ກອງປະຊຸມດັ່ງກ່າວຍັງໄດ້ຮັບຮອງທິດທາງແຜນການບັ້ນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີຕໍ່ໜ້າ 2022-2026.

          ໂອກາດດັ່ງກ່າວ ທ່ານ ນ. ປອ ວຽງມາລີ ສຸລິໄຊ ຮອງປະທານສະຫະພັນແມ່ຍິງແຂວງ ຍັງໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນແມ່ງຍິງໜ່ວຍຄະນະໂຄສະນາອົບຮົມແຂວງ ທີ່ສາມາດຍາດຜົນງານຕະຫຼອດໄລຍະ 5 ປີຜ່ານມາ ແລະ ໄດ້ຮຽກຮ້ອງມາຍັງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ສືບຕໍ່ຈັດຕັ້ງປະຕິບັດບັ້ນຂໍ້ແຂ່ງຂັນ 3 ດີ ໃນ 5 ປີຕໍ່ໜ້າຄື: ໂຄສະນາສຶກສາອົບການເມືອງ-ແນວຄິດ, ຕິດພັນກັບການເຄື່ອນໄຫວວຽກງານວີຊາສະເພາະ, ຕິດກັບຂໍ້ແຂ່ງຂັນ 3 ດີ, ມູນເຊື້ອຮັກຊາດຂອງແມ່ຍິງ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

 

ສະຖິຕິຜູ້ເຂົ້າຊົມ:

200570
ມື້ນີ້ມື້ນີ້4
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້673
ເດືອນນີ້ເດືອນນີ້955
ທັງໝົດທັງໝົດ200570

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ