ໃນຕອນເຊົ້າວັນທີ 13 ຕຸລາ 2021 ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບແຂວງ ໄດ້ຈັດພິທີສະຫຼຸບບັ້ນຂໍ້ແຂ່ງຂັນ 3 ດີ ປີ 2021 ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ. ພາຍໃຕ້ການເປັນປະທານ ຂອງທ່ານ ນ. ສາຍສະໝອນ ຈິດດາວົງ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້້າຮ່ວມໂດຍ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີທ່ານ ນ. ແກ້ວໄຊ ມະນີວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີບັນດາທ່ານແຂກເຊີນອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນເຂົ້າຮ່ວມທັງໝົດ 19 ສະຫາຍ.
ກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດບັ້ນຂໍ້ແຂ່ງຂັນ 3 ດີ ປີ 2021 ແລະ ວາງທິດທາງແຜນການ ປີ 2022 ຂອງສະຫະພັນແມ່ຍິງ. ຜ່ານການຈັດຕັ້ງປະຕິບັດຂໍ້ຂັນແຂ່ງດັ່ງກ່າວເຫັນວ່າໃນໄລຍະ 1 ປີທີ່ຜ່ານມາ ສະມາຊິກແມ່ຍິງພາຍໃນໜ່ວຍແມ່ນສາມາດຍາດເອົາຜົນງານພົ້ນເດັ່ນຫຼາຍດ້ານ ຕິດພັນກັບວຽກງານວິຊາສະເພາະ ແລະ ໜ້າທີ່ຮັບຜິດຊອບ ທີ່ຄະນະພັກຂັ້ນເທິງມອບ ໝາຍ. ຜ່ານການຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເຫັນວ່າສະມາຊິກພາຍໃນໜ່ວຍສາມາດປະຕິບັດໄດ້ 100% ເປັນຕົ້ນແມ່ນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໂດຍສະເພາະແມ່ນການສຶກສາອົບຮົມສະມາຊິກພາຍໃນຄອບຄົວ ໃຫ້ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ການດໍາລົງຊີວິດແມ່ນຖືກຕ້ອງຕາມກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ຕັ້ງໜ້າພັດທະນາຕົນເອງ, ອົງການຈັດຕັ້ງສະຫະພັນແມ່ຍິງ, ສ້າງຄອບຄົວໃຫ້ເປັນຄອບຄົວວັດທະນະທໍາ, ປອດຄະດີ ແລະ ເປັນຄອບຄົວສາທາລະນະສຸກ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2021 ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ແມ່ນໄດ້ຮັບຮອງເປັນໜ່ວຍ 3 ດີ ແລະ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2022.
ໃນໂອກາດດັ່ງກ່າວ ທ່ານ ນ. ແກ້ວໄຊ ມະນີວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສະຫະພັນແມ່ງຍິງໜ່ວຍຄະນະໂຄສະນາອົບຮົມແຂວງຍາດໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ຮຽກຮ້ອງມາຍັງສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ສືບຕໍ່ຮັກສາມູນເຊື້ອດັ່ງກ່າວ ແລະ ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍຕິດພັນກັບການສຶກສາອົບການເມືອງ-ແນວຄິດ, ການຈັດຕັ້ງ, ຄໍາຂັວນຂອງແມ່ຍິງ ແລະ ຮີດຄອງປະເພນີມູນເຊື້ອອັນດີງາມຂອງແມ່ຍິງລາວ.
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 132 |
![]() | ເດືອນນີ້ | 628 |
![]() | ທັງໝົດ | 181134 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌