ໃນວັນທີ 20 ສິງຫາ 2021 ນີ້ໜ່ວຍຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມແຂວງ ຈັດຕັ້ງພິທີເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ກົດລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ VIII ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີປານຄໍາ ອິນໃຈ ເລຂາໜ່ວຍຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີສະມາຊິກຊາວໜຸ່ມພາຍໃນຮາກຖານເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 3 ສະຫາຍ.
ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບ 5 ບົດຄື: 1. ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII; 2. ກົດລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະ ໄໝທີ VIII; 3. ກົດໝາຍວ່າດ້ວຍຊາວໜຸ່ມ; 4. ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕະບັດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 5. ແຜນຍຸດທະສາດພັດທະນາຊາວໜຸ່ມ-ເຍົາວະຊົນ 10 ປີ(2021-2030) ເອກະສານແຕ່ລະບົດລ້ວນແລ້ວແຕ່ມີຄວາມໝາຍ, ຄວາມສໍາຄັນ ແລະ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມເປັນເອກະພາບຕໍ່ເນື້ອໃນເອກະສານກໍຄືກົດໝາຍ, ກົດລະບຽບ, ທິດທາງແຜນການຂອງຊາວໜຸ່ມໃນໄລຍະໃໝ່. ນອກນັ້ນຍັງສ້າງຄວາມຮັບຮູ້ ແລະ ເອກອ້າງທະນົງໃຈຕໍ່ຄວາມສໍາຄັນ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ເຮັດໃຫ້ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ໜັກແໜ້ນທາງດ້ານຄຸນສົມບັດສິນທໍາປະຕິວັດ ແລະ ເປັນສິນໄຊແຫ່ງຍຸກສະໄໝ.
ເພື່ອເຮັດພິທີເຊື່ອມຊຶມເອກະສານສໍາໃນຄັ້ງນີ້ມີຄວາມໝາຍ, ຄວາມສໍາຄັນ ສະຫາຍ ນາງ ສີປານຄໍາ ອິນໃຈ ເລຂາຄະນະໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ. ຍັງໄດ້ຮຽກຮ້ອງມາຍັງສະມາຊິກພາຍໃນໜ່ວຍ ຈົ່ງສືບຕໍ່ຮໍ່າຮຽນເອົາມູນເຊື້ອອັນງາມຂອງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນຄຸນສົມບັດ, ສິນທໍາປະຕິວັດ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ເລິກເຊິ່ງ ໂດຍສະເພາະແມ່ນຕິດພັນກັບຂໍ້ແຂ່ງຂັນ 4 ບຸກໃຫ້ເປັນຂະບວນການຟົດຟື້ນ ພິທີດັ່ງກ່າວແມ່ນໃຊ້ເວລາໜຶ່ງຕອນຈຶ່ງສໍາເລັດລົງ.
![]() | ມື້ນີ້ | 39 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 131 |
![]() | ເດືອນນີ້ | 627 |
![]() | ທັງໝົດ | 181133 |
ຫນ່ວຍກູ້ໄພ: 1624
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌