• ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສ
  • ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທ
  • ກອງໂຄສະນາເຄື່ອນທີ່ຂອງຄະນະໂຄສະນາອົ
  • ແຂວງອຸດົມໄຊຈັດພິທີສະເຫຼີມສະຫຼອງ ວັ
  • ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ
  • ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕ
ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົ...
ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

         ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮ...
ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

       ໃນວັນທີ 1 ກໍລະກົດ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີ...
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

      ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເ...
Previous
Next

ສະຫະພັນແມ່ຍິງຂົງເຂດພັກ-ພະນັກງານ ເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 111 ປີ

     

      ໃນວັນທີ 4 ມີນາ 2021  ສະຫະພັນແມ່ຍິງຂົງເຂດພັກ-ພະນັກງານ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 111 ປີ ຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກພາຍໃນແຂວງ. ໂດຍການເປັນປະທານ ຂອງທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ, ມີບັນດາ ຫົວໜ້າສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ພະແນກພາຍໃນແຂວງ ແລະ ພ້ອມດ້ວຍສະມາຊິກເຂົ້າຮ່ວມ 27 ສະຫາຍ.

         ເນື່ອງໃນໂອກາດປາຖະກະຖາມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນ ວັນທີ 8 ມີນາ 1910-8 ມີນາ 2021 ໃນຄັ້ງນີ້ ໄດ້ຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງວ່າແມ່ຍິງສາກົນໄດ້ກໍາເນີດໃນລະບອບທຶນນິຍົມ ບົນພື້ນຖານຄວາມທຸກຍາກຂອງຊາວຜູ້ອອກແຮງງານ ແລະ ຖືກກົດຂີ່ຂູດຮິດແຮງງານຢ່າງໜັກໜ່ວງໃນໝູ່ແມ່ຍິງ-ເດັກນ້ອຍ,  ເຮັດວຽກຢ່າງໜັກ ແຕ່ໄດ້ຮັບຄ່າແຮງງານບໍ່ເໝາະສົມ. ເຊິ່ງວ່າວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການທ້ວງໃຫ້ເອົາສິດຜົນປະໂຍຫດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະລຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ; ສໍາລັບລັດຖະບານ ແຫ່ງ ສປປ ລາວ ໄດ້ມີແນວທາງນະໂຍບາຍຕໍ່ການພັດທະນາ, ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຊິ່ງໄດ້ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ. ນອກນັ້ນ, ລັດຖະບານຍັງໄດ້ອະນຸຍາດສ້າງຕັ້ງກອງທຶນເພື່ອຫຼຸດຜ່ອນຄວາມທຸກຍາກ, ສ້າງຕັ້ງກຸ່ມທ້ອນເງິນ, ກອງທຶນພັດທະນາແມ່ນຍິງ, ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອສ້າງແມ່ຍິງຜູ້ທຸກຍາກ, ດອຍໂອກາດໄດ້ເຂົ້າເຖິງແຫຼ່ງທຶນ ເຂົ້າໃນການພັດທະນາເສດຖະກິດ, ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.

           ໂອກາດດັ່ງກ່າວ ທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ເຊິ່ງທ່ານໄດ້ເໜັ້ນໜັກວ່າ ໃຫ້ສະມາຊິກແມ່ຍິງ ຈົ່ງຕັ້ງໜ້າຄົ້ນຄ້ວາຮໍ່າຮຽນແນວທາງທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກໍາຕ່າງໆ ແລະແຜນງານພັດທະນາປີ 2021-2025.  ພ້ອມຍົກສູງຄຸນທາດການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍຕິດພັນກັບການສຶກສາອົບການເມືອງ-ແນວຄິດ, ການຈັດຕັ້ງ, ຮັກສາຄໍາຂັວນຂອງແມ່ຍິງ, ຮັກສາຮີດຄອງປະເພນີມູນເຊື້ອອັນດີງາມຂອງແມ່ຍິງລາວ.

 

ສະຖິຕິຜູ້ເຂົ້າຊົມ:

181142
ມື້ນີ້ມື້ນີ້48
ມື້ວານນີ້ມື້ວານນີ້131
ອາທິດນີ້ອາທິດນີ້140
ເດືອນນີ້ເດືອນນີ້636
ທັງໝົດທັງໝົດ181142

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 16  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ