ສະເດັດເຈົ້າ ສຸພານຸວົງ
ໃນພາລະກິດປະຕິວັດ ອັນຍິ່ງໃຫຍ່ຂອງຊາດລາວ
( ເນື່ອງໃນໂອກາດວັນເກີດ ຂອງສະເດັດເຈົ້າສະພານຸວົງ ຄົບຮອບ 110 ປີ )
( 13/7/1909 - 13/7/2019 )
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ຂອງພັກ ແລະ ລັດເຮົາຊຶ່ງນັບແຕ່ທ່ານ ປະທານ ໄດ້ກັບມາຈາກຫວຽດນາມ ໃນທ້າຍປີ 1945 ຕະຫຼອດໄລຍະ 30 ປີ ທີ່ທ່ານ ໄດ້ຕັດສິນໃຈເສຍສະຫຼະທຸກສິງທຸກຢ່າງສ່ວນຕົວ ຂອງທ່ານເພື່ອອຸທິດໃຫ້ແກ່ປະເທດຊາດ ຄື: ທ່ານໄດ້ເຂົ້າຮ່ວມການປະຕິວັດ ຂອງປວງຊົນລາວທັງໄດ້ກາຍເປັນຜູ້ນໍາທີ່ເກັ່ງກ້າສາມາດຄົນໜຶ່ງ ຂອງປະຊາຊົນລາວບັນດາເຜົ່າ, ຕະຫຼອດໄລຍະ 50 ປີ ( 1945 - 1995 ) ແຫ່ງການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ບັນດາພະນັກງານ, ສະມາຊິກພັກ - ນັກຮົບ ປະຊາຊົນລາວບັນດາເຜົ່າ ຕະຫຼອດເຖິງຊາວໂລກຜູ້ຮັກຫອມສັນຕິພາບ ລ້ວນແຕ່ໄດ້ຮັບຮູ້ທ່ານ ປະທານ ສຸພານຸວົງ ໃນນາມມະຍົດວ່າ: ສະເດັດ ເຈົ້າສະພານຸວົງ ລູກຜູ້ປະເສີດ ຂອງປວງຊົນລາວບັນດາເຜົ່າ. ວັນທີ 2 ທັນວ່າ 1975 ປະເທດລາວໄດ້ຮັບການປົດປ່ອຍຢ່າງສົມບູນ ກອງປະຊຸມໃຫຍ່ທົ່ວປະເທດໄດ້ເປີດຂຶ້ນ ແລະໄດ້ປະກາດສະຖາປະນາປະເທດເປັນ “ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ” ຂຶ້ນຢ່າງສົມບູນເຊິ່ງມັນແມ່ນໄລຍະແຫ່ງການສິ້ນສຸດຍຸກສະໄໝລາຊາທິປະໄຕ ປົກຄອງປະເທດຊາດມານານນັບຫຼາຍສະຕະວັດ ແລ້ວກ້າວເຂົ້າສູ້ຍຸກສະໄໝ “ ປະຊາທິປະໄຕ ທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ”. ໃນເວລາດຽວກັນນັ້ນເຈົ້າຊີວິດ ສີສະຫວ່າງ ວັດທະນາ ໄດ້ມີພາລາດສະດໍາລັດ ແຕ່ງຕັ້ງໃຫ້ພະລາຊາໂອລົດຄື: ເຈົ້າຟ້າຊາຍວົງ ສະຫວ່າງ ເປັນຜູ້ແທນພະອົງເຂົ້າຮ່ວມກອງປະຊຸມແລະໄດ້ອ່ານພະລາຊະດໍາລັດຕົກລົງມອບລາຊະບັນລັງຂອງເຈົ້າຊີວິດວ່າດ້ວຍການມອບສິດອໍານາດການປົກຄອງຄືນໃຫ້ປະຊາຊົນຢ່າງເປັນທາງການຕໍ່ກອງປະຊຸມ.
ໃນໂອກາດອັນສະຫງ່າລາສີ ມີກຽດສະຫງ່າງາມ ໃນປະຫວັດສາດລາວ, ກອງປະຊຸມໄດ້ຕົກລົງແຕ່ງຕັ້ງ ສະເດັດເຈົ້າສຸພານຸວົງ ເປັນປະທານ ປະເທດຄົນທໍາອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄື: ໄດ້ຮັບການເລືອກຕັ້ງເປັນກົມການເມືອງສູນກາງພັກ ປະທານ ປະເທດ, ປະທານສະພາປະຊາຊົນສູງສຸດ, ປະທານແນວລາວຮັກຊາດຕໍ່ມາໄດ້ກາຍເປັນປະທານການລຶບລ້າງຄວາມບໍ່ຮູ້ໜັງສື ທົ່ວປະເທດຂັ້ນສູນກາງ ອີກດ້ວຍ.
ສະນັ້ນ, ເພື່ອລະນຶກເຖິງບູນຄຸນ ແລະຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພີ່ນທີ່ມີຕໍ່ການປະຕິວັດ, ລວມທັງທັດສະນະຫລັກໝັ້ນ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ ແລະຄຸນສົມບັດສິນທໍາປະຕິວັດ ທີ່ດີເດັ່ນຂອງທ່ານ, ພວກເຮົາໃນນາມພະນັກງານ - ສະມາຊິກພັກ, ລູກຫຼານຄົນຮຸ່ນໃໝ່ຜູ້ທີ່ເກີດໃໝ່ໃຫຍ່ລຸນ, ຕ້ອງຮໍ່າຮຽນເອົາແບບຢ່າງທີ່ດີຂອງທ່ານ ນອກຈາກນີ້ທ່ານກໍເປັນຜູ້ໜຶ່ງທີ່ກໍາເນີດໃນຄອບຄົວເຊື້ອເຈົ້າວັງໜ້າລາດສະອານາຈັກລາວລ້ານຊ້າງໃນເມື່ອກ່ອນ ແລະ ກໍ່ເປັນຜູ້ໜຶ່ງຂອງບັນດາຜູ້ນໍາຂອງການປະຕິວັດ ຂອງຊາດລາວທີ່ໂດດເດັ່ນ ແລະ ມີຊື່ສຽງລືຊາໄປທົ່ວໂລກ, ໃນຂະນະດຽວກັນນັ້ນທົ່ວໂລກຍັງໃຫ້ນາມມະຍົດທີ່ສູງສົ່ງແກ່ທານວ່າ: ເຈົ້າຊາຍແດງແຫ່ງດິນແດນລ້ານຊ້າງ ແລະ ກໍເປັນນັກປະຕິວັດຜູ້ໜຶ່ງທີ່ມີມູນເຊື້ອອັນພິລະອາດຫານບໍ່ຍອມຈໍານົນຕໍ່ຈັກກະພັດຜູ້ຮຸກຮານ, ທ່ານໄດ້ເສຍສະຫຼະທຸກສິ່ງທຸກຢ່າງເພື່ອຄວາມເປັນເອກະລາດ, ອິດສະຫຼະພາບ ແລະຄວາມໝັ້ນຄົງເຂັ້ມແຂງຂອງປະເທດຊາດ. ປະທານ ສຸພານຸວົງກໍແມ່ນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນຂອງຜູ້ນໍາພັກ - ລັດ ເຮົາໃນພາລະກິດຕໍ່ສູ້ປະຕິວັດ, ທີ່ສາມາດຜ່ານພາຍຸລົມແດງ ແລະ ຄື້ນຟອງອັນຂຽ້ວຂາດຂອງການປະຕິວັດໄດ້ຢ່າງປອດໄພ, ພ້ອມທັງສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ຈົນເຮັດໃຫ້ການປະຕິວັດຊາດປະຊາທິປະໄຕສໍາເລັດ ແລະນໍາພາປະເທດຊາດກ້າວສູ່ສັງກາດໃໝ່, ທີ່ເປັນສັງກາດທີ່ເປັນຂອງປະຊາຊົນລາວເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ໃນຂະນະດຽວກັນກໍບັນລຸອຸດົມການທີ່ວ່າ: “ ແຜນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ ” ອັນນີ້ມັນໄດ້ສ່ອງແສງເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ປະເທດຊາດຕໍ່ປະຊາຊົນ ແລະ ພາລະກິດອັນສູງສົ່ງຂອງພັກ, ທີ່ຝັງຢູ່ໃນໃຈຂອງປະຊາຊົນລາວບັນດາເຜົ່າຕະຫຼອດກາລະນານ. ນອກຈາກນີ້ ປະທານ ສຸພານຸວົງ ເອງຍັງໄດ້ຮ່ວມກັບໝູ່ຄະນະນໍາພາປະຊາຊົນເຮົາຂຽນໜ້າປະຫວັດສາດຍຸກໃໝ່ ຂອງຊາດເຮົາ ແລະ ເພິ່ນເອງກໍແມ່ນສ່ວນໜຶ່ງທີ່ສໍາຄັນຂອງປະຫວັດສາດນັ້ນ. ຈາກນີ້ທ່ານຍັງເປັນຜູ້ນໍາອີກຄົນໜຶ່ງທີ່ມີນິດໄສເວົ້າໄປຄຽງຄູ່ກັບການກະທໍາ, ດັ່ງທີ່ເພິ່ນໄດ້ສອນພວກເຮົາໄວ້ວ່າຕ້ອງ “ ຮຽນຮູ້, ຮູ້: ເຮັດ ”ໄປຄຽງຄູ່ສະເໜີ, ເພິ່ນເວົ້າວ່າພວກເຮົາຕ້ອງບຸກບືນຮໍ່າຮຽນ, ຮຽນແລ້ວຮຽນອີກຮຽນຕະຫຼອດໄປ, ດັ່ງຄໍາສອນຂອງທ່ານ ເລນິນ ວ່າ:ຮຽນເພື່ອຍົກລະດັບຄວາມຮູ້ຮອບດ້ານໃຫ້ແກ່ຕົນເອງ ຮູ້ທັງຢູ່ສະພາບພາຍໃນ ແລະ ຢູ່ຕ່າງປະເທດ ຮຽນເພື່ອບໍ່ໃຫ້ຫຼ້າຫລັງເພາະວ່າເຫດການຕ່າງໆ ໃນໂລກມັນໝູນວຽນປ່ຽນໄປຕາມກົດເກນຂອງມັນ, ຮຽນເພື່ອສະແຫວງຫາຄວາມກ້າວໜ້າ ແນໃສ່ກະຕຸກຊຸກຍູ້ປັດໃຈທີ່ຕັ້ງໜ້າຢູ່ໃນຕົວເຮົາເພື່ອກໍາຈັດປັດເປົ່າຈິດໃຈທີ່ຍັງຫລ້າຫລັງຂອງຕົນເອງ, ແນໃສ່ເຮັດໃຫ້ຕົນເອງມີຄວາມປອດໃສຂາວສະອາດຢູ່ສະເໜີ.
ປະທານ ສຸພານຸວົງ ຍັງໄດ້ກ່າວຢໍ້າຕື່ມອີກວ່າ: ຍາກເຮັດການຕໍ່ສູ້ກູ້ຊາດໄດ້ຮັບໄຊຊະນະຕ້ອງຮັບປະກັນ 3 ປັດໄຈໄປພ້ອມໆກັນຄື: ຕ້ອງມີພັກນໍາພາ, ມີກໍາລັງປະກອບອາວຸດທີ່ເຂັ້ມແຂງ ແລະ ມີແນວໂຮມເອກະພາບທີ່ກວ້າງຂວາງ. ຍ້ອນມີຄວາມອຸ່ນອ່ຽງທຸ່ນທ່ຽງ ບໍ່ຫວັ່ນໄຫວຄອນແຄນ, ມີມານະຈິດເດັດດ່ຽວຕໍ່ສູ້ທາງດ້ານການເມືອງ ກັບສັດຕູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະໄປພ້ອມກັບການຕໍ່ສູ້ຂອງກໍາລັງທະຫານທີ່ເຊື້ອໝັ້ນຕໍ່ການນໍາພາຂອງພັກ, ເຊື້ອໝັ້ນຕໍ່ກໍາລັງແຮງຂອງປະຊາຊົນ ແລະ ເຊື້ອໝັ້ນຕໍ່ໄຊຊະນະຂອງການປະຕິວັດຈຶ່ງເຮັດໃຫ້ການປະຕິວັດໄດ້ຮັບໄຊຊະນະ ແລະ ສາມາດລຶບລ້າງລະບອບການປົກຄອງແບບລາຊາທິປະໄຕທີ່ເໜົ່າເໝັນ, ແລ້ວສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນແທນ.
ສະນັ້ນ, ພວກເຮົາໃນນາມພະນັກງານ - ສະມາຊິກພັກ, ລູກຫຼານຄົນຮຸ່ນໃໝ່ ຕ້ອງພ້ອມກັນສືບຕໍ່ເພີ່ມພູນຄູນສ້າງ ແລະ ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງ ປະທານ ສຸພານຸວົງດັ່ງນີ້:
1. ຮຽນເອົາທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ ກໍຄືແນວທາງປ່ຽນແປງໃໝ່, ເອົາໃຈໃສ່ຝຶກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ.
2. ອອກແຮງສຶກສາຮໍ່າຮຽນ ທິດສະດີ - ມາກເລນິນ, ເຕັກນິກວິທະຍາສາດ, ພາສາຕ່າງປະເທດ ແລະ ວີຊາຊິບໃນຂະແໜງກາານຕ່າງໆ ເພື່ອໃຫ້ຕົນເອງມີຄວາມາຮູ້ຄວາມສາມາດສູງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນກໍ່ຕ້ອງສ້າງຕົນເອງໃຫ້ເປັນຄົນກ້າຫານ, ກ້າຄິດ, ກ້າສະແດງອອກ ເພື່ອປະກອບຄໍາຄິດຄໍາເຫັນທີ່ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.
3. ຕ້ອງດໍາລົງຊີວິດດ້ວຍຄວາມຊື່ສັດປອດໃສຂາວສະອາດ, ດຸໝັ່ນໃນການອອກແຮງງານ, ສ້າງເສດຖະກິດຄອບຄົວ, ປະຢັດມັດທະຍັດ ບໍ່ຫຼິ້ນກີນຟຸ່ມເຟືອຍ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ. ສຸມໃສ່ການຜະລິດເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວ, ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ.
4. ເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ຕໍ່ສູ້ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກສັດຕູ, ພະຍາຍາມບຸກບືນກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງ, ສັງຄົມມີຄວາມສະ ເໝີພາບ ແລະ ມີຄວາມຈະເລີນຮຸ່ງເຮືືອງສີວິໄລ.
5. ເພີ່ມທະວິຄວາມສາມັກຄີ ທົວປວງຊົນ, ກ່ອນອື່ນໝົດແມ່ນຄວາມສາມັາຄີລະຫວ່າງເຜົ່າຊັ້ນຄົນ ແລະ ສາສະໜາໃຫ້ແໜ້ນ, ເດັດດ່ຽວສະກັດກັ້ນ ແລະ ຕີຖອຍຖ້ອຍທໍານອງ ແລະ ການເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນເຜົ່າຕ່າງໆ ລະຫວ່າງສາສະໜາ ຂອງພວກອິດທິກໍາລັງປໍລະປັກນັ້ນໃຫ້ທັນການ.
6. ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງລັດ ໃຫ້ປະກົດຜົນເປັນຈິງ.
( ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ຢືນຍົງໃນດວງໃຈຂອງພວກເຮົາຕະຫລອດການລະນານ )
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 672 |
![]() | ເດືອນນີ້ | 954 |
![]() | ທັງໝົດ | 200569 |
ຫນ່ວຍກູ້ໄພ: 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌