• ກອງຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນ
  • ຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມຄ
  • ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ
  • ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກ
  • ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວ
  • ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນ
ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

         ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

     

     

 

      ພິທີອົບຮົມເອກະສານໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກພາຍໃນ ຕອນເຊົ້າຂອງວັນທີ 15 ກັນຍາ 2023 ເວລາ 8:00 ໂມງ  ໂດຍການເປັນປະທານ ຂອງສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາມະຫາຊົນກ້າວໜ້າຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮຽນທັງໝົດ 55 ສະຫາຍ, ຍິງ 14 ສະຫາຍ.

      ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ. ເພື່ອເຮັດໃຫ້ມະຫາຊົນກ້າວໜ້າເຂົ້າໃຈຕໍ່ກັບເນື້ອໃນເອກະສານດັ່ງກ່າວ ສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ບັນຍາຍເອກະສານອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ 13 ຄໍາຖາມ 13 ຄໍາຕອບໃຫ້ມະຫາຊົນກ້າວໜ້າເຊື່ອມຊຶມ, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້ກ່ຽວກັບມາດຖານເງື່ອນໄຂຂອງມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ຈະໄດ້ຮັບເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ເຊິ່ງການບັນຍາຍເອກະສານ ສະຫາຍ ໄດ້ບັນຍາຍເອກະສານພ້ອມທັງຍົກຕົວຢ່າງສົມທຽບກັບສະພາບການຕົວຈິງໃຫ້ມະຫາຊົນກ້າວໜ້າເຂົ້າໃຈ.

       ໂອກາດດັ່ງກ່າວ ສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມ ແລະຮຽກຮ້ອງມາຍັງມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ສືບຕໍ່ນໍາເອົາເອກະສານດັ່ງກ່າວໄປຄົ້ນຄວ້າເຊື່ອມຊຶມໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພັກປະຊາຊົນປະຕິວັດລາວ, ຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຂະບວນການຂອງມະຫາຊົນຢ່າງກວ້າງຂວາງສ້າງມາດຖານເງື່ອນໄຂຄົບຖ້ວນໃຫ້ກາຍເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ສະຖິຕິຜູ້ເຂົ້າຊົມ:

200570
ມື້ນີ້ມື້ນີ້4
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້673
ເດືອນນີ້ເດືອນນີ້955
ທັງໝົດທັງໝົດ200570

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ