ໃນລະຫວ່າງວັນທີ 6-7 ທັນວາ 2021 ຜ່ານມານີ້ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ - ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງເປັນທາງການ ທີ່ສະໂມງສອນແຂວງ. ໂດຍການເປັນ ປະທານ ຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ. ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາຂັ້ນແຂວງ, ຄະນະພັກ, ຄະນະບັນຊາ 2 ກອງບັນຊາການ, ເລຂາ, ຮອງເລຂາພັກເມືອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 14 ສະຫາຍ.
ພິທີດັ່ງກ່າວບັນດາທ່ານຜູ້ແທນກອງປະຊຸມ ແມ່ນໄດ້ຮັບຟັງການຜ່ານເນື້ອໃນເອກະສານ ວາລະແຫ່ງວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຜັນຂະຫຍາຍ ຈັດຕັ້ງປະຕິບັດ ດຳລັດຂອງລັດຖະບານ ວ່າດ້ວຍລົດລັດ, ຮັບຟັງການຜ່ານເນື້ອໃນຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ, ເອກະສານຄຳແນະນຳຂອງ ກະຊວງການເງິນ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ, ຮັບຟັງການຜ່ານເນື້ອໃນເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນຳພາຊີ້ນຳ ຂອງຄະນະພັກແຕ່ລະຂັ້ນຕໍ່ກັບບັນຫາການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ, ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023, ເນື້ອໃນຄໍາສັ່ງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄໍາສັ່ງຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ 2021-2023; ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງອຸດົມໄຊ, ແຜນດໍາເນີນງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງອຸດົມໄຊ 2021-2023, ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງ ແລະ ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ຢູ່ແຂວງອຸດົມໄຊ 2021-2023 ແລະ ຮັບຟັງການຜ່ານເນື້ອໃນເອກະສານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງສົມທົບເມືອງ ຈັດຕັ້ງເຊື່ອມຊຶມບັນດານິຕິກຳຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ. ນອກຈາກນັ້ນ ກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບຂອງຕົນຄົ້ນຄ້ວາເຊື່ອມຊຶມ ປະກອບຄຳຄິດຄຳເຫັນໃສ່ບັນຫາສຳຄັນ ເພື່ອໃຫ້ໄດ້ເນື້ອໃນສຳຄັນໃຫ້ເລິກເຊິ່ງ ເປັນເອກະພາບຕໍ່ເນື້ອໃນ ແລະ ວິທີຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຫນ່ວຍກູ້ໄພ: 1624
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 63 |
![]() | ມື້ວານນີ້ | 148 |
![]() | ອາທິດນີ້ | 162 |
![]() | ເດືອນນີ້ | 2425 |
![]() | ທັງໝົດ | 125039 |