ໃນຕອນເຊົ້າຂອງວັນທີ 26 ກຸມພາ 2021 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກໃໝ່ອ້ອມຂ້າງແຂວງ ທີ່ສະໂມງສອນຂອງແຂວງຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຄະນະຮັບຜິດຊອບ, ວິທະຍາກອນ ແລະ ບັນດາສະມາຊິກພັກໃໝ່ທີ່ມາຈາກໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 155 ສະຫາຍ, ຍິງ 60 ສະຫາຍ.
ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ 5 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ; ວຽກງານກໍ່ສ້າງ ແລະ ປັບປຸງພັກ; ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ; ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແລະ ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ບັນດາເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມແມ່ນລ້ວນແຕ່ມີຄວາມໝາຍ, ຄວາມສໍາຄັນ ແນໃສ່ຍົກລະດັບຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບົດບາດການນໍາພາຂອງພັກ, ສ້າງຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ພ້ອມກັນຕ້ານ ແລະ ແກ້ໄຂບັນຫາສິ່ງຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ກໍາແໜ້ນທິດນໍາໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດໃຫ້ແນວທາງ, ແຜນນະໂຍບາຍ, ລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະປະຕິບັດຢ່າງທົ່ວເຖິງ ແລະ ເປັນເອກະພາບໃນຂອບເຂດທົ່ວແຂວງ, ເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກໃໝ່ຢູ່ອ້ອມຂ້າງແຂວງ ແລະ ທັງເປັນການກໍ່ສ້າງ-ບໍາລຸງພະນັກງານ-ສະມາຊິກໃຫ້ໜັກແໜ້ນທາງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດເຂົ້າໃນວຽກງານຕົວຈິງເຂົ້າໃນເງື່ອນໄຂໃໝ່ ແລະ ຍົກສູງໃຫ້ສະມາຊິກພັກເຊີດຊູສະຕິລະວັງຕົວ, ຕ້ານບັນດາຖອຍທໍານອງສົງຄາມຈິດທະສາດຂອງສັດ.
ໂອກາດດັ່ງກ່າວ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ໄດ້ໂອ້ລົມຕໍ່ສະມາຊິກພັກໃໝ່ ແລະ ໄດ້ຮຽກຮ້ອງມາຍັງພະນັກງານ-ສະມາຊິກພັກ ຕັ້ງໜ້າສຶກສາອົບຮົມລັດທິມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເປັນເຈົ້າການ. ໂດຍສະເພາະແມ່ນເຊ່ື່ອມຊຶມບັນດານິຕິກໍາຕ່າງໆຂອງພັກ-ລັດ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກເປັນແຜນງານ, ໂຄງການລະອຽດເຂົ້າໃນໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນ ນອກນັ້ນຍັງຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄິດສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດ ເພື່ອກາຍເປັນກໍາລັງຂອງພັກໃນຕໍ່ໜ້າ.
![]() | ມື້ນີ້ | 45 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 137 |
![]() | ເດືອນນີ້ | 633 |
![]() | ທັງໝົດ | 181139 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌