• ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສ
  • ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທ
  • ກອງໂຄສະນາເຄື່ອນທີ່ຂອງຄະນະໂຄສະນາອົ
  • ແຂວງອຸດົມໄຊຈັດພິທີສະເຫຼີມສະຫຼອງ ວັ
  • ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ
  • ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕ
ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົ...
ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

         ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮ...
ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

       ໃນວັນທີ 1 ກໍລະກົດ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີ...
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

      ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເ...
Previous
Next

ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ

                   ຕອນເຊົ້້າຂອງວັນທີ 4 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາ-ປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນຊຽງຂວາງ ຄົບຮອບ 64 ປີ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະແນວລາວຮັກຊາດ ຄົບຮອບ 63 ປີ ຢູ່ໂຮງຮຽນ ມັດທະຍົມສົມບູນ ບ້ານກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ ເຊິ່ງມີຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 215 ກ່ວາຄົນ, ຍິງ 115 ກ່ວາຄົນ.

       ເພື່ອເປັນການຫວນຄືນມູນເຊື້ອວິລະກຳອັນລໍ້າເລີດດັ່ງກ່າວ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງ ໂຄສະນາໄດ້ຍົກໃຫ້ເຫັນສະພາບເຫດການມູນເຊື້ອ, ປະຫວັດສາດໃນການຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດຄັ້ງນີ້ ເຊິ່ງເປັນເຫດການທີ່ມີຄວາມສ່ຽງເປັນສ່ຽງຕາຍທີ່ສຸດ, ແຕ່ຍ້ອນການນໍາພາອັນສະຫຼາດສ່ອງໃສຂອງພັກ ກໍຄືບັນດາພະນັກງານ, ນັກຮົບກອງພັນທີ 2 ທີ່ມີນໍ້າໃຈເດັດດ່ຽວອາດຫານ, ບໍ່ຍອມຈຳນົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກ, ສິ່ງທົດສອບທ້າທາຍຕ່າງໆ ຈຶ່ງສາມາດທັບມ້າງກົນອຸບາຍຂອງຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະກອງພັນທີ 2 ໃຫ້ພັງທະລາຍລົງສຸດທ້າຍສາມາດຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ ແລະ ຕໍ່ເຫດການໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດນັ້ນ ຍ້ອນມີນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫຼະຊີວິດເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດ, ຍ້ອນຄວາມປີຊາສາມາດຂອງທ່ານ ໄກສອນ ພົມວິຫານ ແລະ ບັນດາທ່ານຜູ້ນຳແນວລາວຮັກຊາດ ທີ່ມີການຊີ້ນໍາອັນລະອຽດ, ສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ, ມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດການປົກຄອງຫຸ່ນປະຕິການ. ເຂົ້າເຈົ້າມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໄປຢ່າງປອດໄພ.

ສະຖິຕິຜູ້ເຂົ້າຊົມ:

181142
ມື້ນີ້ມື້ນີ້48
ມື້ວານນີ້ມື້ວານນີ້131
ອາທິດນີ້ອາທິດນີ້140
ເດືອນນີ້ເດືອນນີ້636
ທັງໝົດທັງໝົດ181142

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 15  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ