• ກອງຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນ
  • ຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມຄ
  • ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ
  • ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກ
  • ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວ
  • ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນ
ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

         ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປ...
Previous
Next

ຂ່າວໃໝ່

ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບບັ້ນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ເປີດບັ້ນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024

 

        ໃນຕອນບ່າຍຂອງວັນທີ 31 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີສະຫຼຸບບັ້ນຂໍ້ແຂ່ງຂັ້ນ 3 ດີ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ນາງ ກົງຈັນ ໄພມະນີ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ນາງ  ວຽງມະລີ ສຸລິໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ທ່ານ ສາຍດໍາ ໃຈຫຼ້າ ກຳມະການໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມແຂວງ, ມີແຂກເຊີນມາຈາກສະຫະພັນແມ່ຍິງໜ່ວຍອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.

       ກອງປະຊຸມໄດ້ຜ່ານ ແລະ ຮັບຮອງເອົາຮ່າງບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ໂດຍຍົກໃຫ້ເຫັນເຖິງສະພາບຈຸດພິເສດຂອງໜ່ວຍ, ການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຕາມ 4 ບາດກ້າວ; ເຊິ່ງສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍໄດ້ຮັບການປະເມີນເປັນສະມາຊິກສະຫະພັນແມ່ຍິງ 3 ດີ ກວມ 100% ແລະ ສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງໄດ້ຮັບໃບຢັ້ງຢືນເປັນສະຫະພັນແມ່ຍິງໜ່ວຍ 3 ດີຕິດຕໍ່ກັນເປັນປີທີ 8; ພ້ອມກັນນັ້ນສະມາຊິກພາຍໃນໜ່ວຍກໍໄດ້ຂຶ້ນຈັບມືແຂ່ງຂັນກັນປະຕິບັດແຜນການປະຈຳປີ 2024 ທີ່ໄດ້ຮັບຮອງໂດຍສູ້ຊົນສ້າງສະມາຊິກສະຫະພັນແມ່ຍິງໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີໃຫ້ກວມເອົາ 90% ຂຶ້ນໄປ.

       ໂອກາດດັ່ງກ່າວ ທ່ານ ປອ ນາງ ວຽງມະລີ ສຸລິໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍທ່ານ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງສາມາດຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍສືບຕໍ່ເອົາໃຈໃສ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານທີ່ຍັງຄົງຄ້າງ ເພື່ອບຸກບືນພັດທະນາຕົນເອງໃຫ້ຮັກສາມູນເຊື້ອສະມາຊິກສະຫະພັນແມ່ຍິງ 3 ດີ ແລະ ຮັບຮອງເປັນສະຫະພັນແມ່ຍິງໜ່ວຍ 3 ດີໃນປີຕໍ່ໄປ ແນໃສ່ເສີມຂະຫຍາຍບົດບາດແມ່ຍິງລາວໃນສັງຄົມໃຫ້ຫຼາຍຂຶ້ນເທື່ອລະກ້າວ.

ສະຖິຕິຜູ້ເຂົ້າຊົມ:

200560
ມື້ນີ້ມື້ນີ້66
ມື້ວານນີ້ມື້ວານນີ້87
ອາທິດນີ້ອາທິດນີ້663
ເດືອນນີ້ເດືອນນີ້945
ທັງໝົດທັງໝົດ200560

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ