ເພື່ອປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ I, ມາດຕາ 2, ຂໍ້ ຄ ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ. ດັ່ງນັ້ນໃນຕອນບ່າຍຂອງວັນທີ 23 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກໍາມະການໜ່ວຍພັກ, ສະມາຊິກພັກສົມບູນ - ສຳຮອງ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ເລກທີ 1076/ຄປພຂ, ລົງວັນທີ 11 ຕຸລາ 2023 ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງສະຫາຍໄດ້ຍົກໃຫ້ຮູ້ກ່ຽວກັບສິດ, ໜ້າທີ່ຂອງສະມາຊິກພັກ, ບັນດາຂໍ້ຫ້າມຂອງສະມາຊິກພັກ ແລະ ຮຽກຮ້ອງໃຫ້ສະມາຊິກພັກສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ແລະ ຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມສິດ, ໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສໍາເລັດ ປະກອບສ່ວນເຂົ້າໃນການກໍ່ສ້າງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໃຫ້ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມແຜນການທີ່ວາງໄວ້.
![]() | ມື້ນີ້ | 1 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 670 |
![]() | ເດືອນນີ້ | 952 |
![]() | ທັງໝົດ | 200567 |
ຫນ່ວຍກູ້ໄພ: 1624
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌