ພິທີຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເອເລັກໂຕນິກ ໃຫ້ພະນັກງານໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2 - 4 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງມີທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີວິຍາກອນຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊເຂົ້າຮ່ວມ.
ບົດຮຽນທີ່ນຳມາຝຶກອົບຮົມຄັ້ງນີ້ ປະກອບມີ: ແນະນຳວິທີດາວໂຫຼດໂປຣແກຼຣມ, ຂັ້ນຕອນການຕິດຕັ້ງໂປຼຣແກຼຣມ, ຄວບຄຸມຄອມພິວເຕີທາງໄກລະຫວ່າງອົງກອນ ແລະ ພື້ນຖານໃນການບໍາລຸງຮັກສາຄອມພິວເຕີ. ເພື່ອແນ່ໃສໃຫ້ພະນັກງານໂຄສະນາອົບຮົມ ມີຄວາມຮູ້ໃນການນຳໃຊ້ເຄື່ອງມືເອເລັກໂຕນິກ, ສາມາດນຳໃຊ້ເຄື່ອງມືເອເລັກໂຕນິກເປັນພາຫະນະເຂົ້າໃນວຽກງານ ແລະ ໃຊ້ເພື່ອໂຄສະນາບັນດາແນວທາງຂອງພັກ - ລັດ, ບັນດານິຕິກໍາ, ການສົ່ງຂໍ້ມູນຂ່າວສານຕ່າງໆ, ບັນດາເຫດການພົ້ນທີ່ພົ້ນເດັ່ນ ລົງສູ່ຮາກຖານໃຫ້ທົ່ວເຖິງ ແລະ ເພື່ອຍົກສູງຄວາມຮູ້ພື້ນຖານໃນການຄຸ້ມຄອງລະບົບຄອມພິວເຕີ, ຄວາມຮັບຮູ້ເຂົ້າໃຈກ່ຽວກັບການນຳໃຊ້ເຂົ້າໃສ່ວຽກງານ ເພື່ອຫັນປ່ຽນເປັນທັນສະໄໝເທື່ອລະກ້າວ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງ. ໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອລົມ ແລະ ຮຽກຮ້ອງມາຍັງ ສຳມະນາກອນ ໃຫ້ສືບຕໍ່ນໍາເອົາບົດຮຽນໃນຄັ້ງນີ້ ໄປຄົ້ນຄວ້າ, ເພື່ອຜັນຂະຫຍາຍ ແລະ ສາມາດນຳໃຊ້ເຂົ້າໃນໜ້າວຽກງານທີ່ຕົນຮັບຜິດຊອບ ເພື່ອຮັບປະກັນຄວາມວ່ອງໄວແທດເໝາະກັບສະພາບການໃນເງື່ອນໄຂໃໝ່.
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 672 |
![]() | ເດືອນນີ້ | 954 |
![]() | ທັງໝົດ | 200569 |
ຫນ່ວຍກູ້ໄພ: 1624
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌