ລະຫວ່າງວັນທີ 20 ຫາ 21 ກັນຍາ 2023ນີ້ ຄະນະໂຄສະນາສຶກສາພັກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ດັງຫາຍຈຽວ ຮອງຫົວຫນ້າຄະນະສຶກສາພັກ ແຂວງດຽນບຽນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ວຽກງານຮອບດ້ານ ຮ່ວມກັບ ຄະນະໂຄສະນາອົບ ຮົມ ແຂວງອຸດົມໄຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ທີ່ ໂຮງແຮມມິດຕະພາບ, ເທດສະບານແຂວງອຸດົມໄຊ.
ຄະນະໂຄສະນາ ສອງຝ່າຍ ໄດ້ເຂົ້າພົບ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງຂອງການການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ. ຈາກນັ້ນ ຄະນະໄດ້ເຂົ້າພົບປະແລກປ່ຽນບົດຮຽນ ວຽກງານຮອບດ້ານນຳກັນ ທັງສອງໄດ້ລາຍງານ ສະພາບລວມ ແລະ ຈຸດພິເສດ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອເປັນບ່ອນອີງ ໃນການຖອດຖອນ ບົດຮຽນ ເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນວຽກງານ ໂຄສະນາ, ສຶກສາອົບຮົມ ການເມືອງ-ແນວຄິດ, ບໍລິຫານ, ວຽກງານສັງລວມ ຂໍ້ມູນຂ່າວສານ, ວຽກ ງານ ວິທະຍາສາດ-ປະຫວັດສາດ, ວັດທະນະທໍາ-ວັນນະຄະດີ, ວຽກງານການແກ້ໄຂບັນຫາຫາງສຽງສັງຄົມ, ການສຶກສາອົບຮົມ ການນຳພັກ ແລະ ພະນັກງານ ແລະ ວຽກງານອື່ນໆ. ພ້ອມທັງ ມີການສົນທະນາ ລົງເລິກບາງວຽກງານທີ່ເຫັນວ່າ ມີຄວາມຄ້າຍຄື ແລະ ສອດຄ່ອງກັນ ເພື່ອນຳເອົາບົດຮຽນມາຫມູນໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດ ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດ ທິພາບ.
ການພົບປະແລກປ່ຽນບົດຮຽນ ຂອງຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ແລະ ຄະນະໂຄສະນາສຶກສາພັກ ແຂວງດຽນບຽນ ແມ່ນເປັນການຈັດຕັ້ງຜັນຂະຫຍາຍຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ. ທັງເປັນການ ຮຽນຮູ້ບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບວຽກ ງານວິຊາສະເພາະ ໂດຍແນ່ໃສ່ໃນການປັບປຸງ, ພັດທະນາ ແລະ ຍົກລະດັບວຽກງານໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງໃນປັດຈຸບັນ. ນອກນັ້ນ ຍັງເປັນການສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຄະນະໂຄສະນາ ສອງແຂວງ ອຸດົມໄຊ-ດຽນບຽນ ໃຫ້ຫມັ້ນຄົງທະນົງແກ່ນ.
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 87 |
![]() | ອາທິດນີ້ | 664 |
![]() | ເດືອນນີ້ | 946 |
![]() | ທັງໝົດ | 200561 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌