ຕອນເຊົ້າຂອງວັນທີ 22 ມີນາ 2023 ແຂວງອຸດົມໄຊຈັດ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຕິດພັນກັບການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍຜົນງານທົ່ວແຂງອຸດົມໄຊ ປະຈໍາປີ 2022 ຂຶ້ນຢ່າງເປັນທາງການ ຢູ່ສະໂມສອນແຂວງ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ປອ ສິນລະວົງ ຄູດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ. ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ມີກໍາມະການປະຈໍາພັກແຂວງ, ອະດິດການນໍາແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງ ແລະ ເລຂາຄະນະພັກສອງກອງບັນຊາການ, ເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ນັກທຸລະກິດຜູ້ປະກອບການ, ນ້ອງນ້ອຍນັກຮຽນເຂົ້າຮ້ວມ 267 ສະຫາຍ, ຍິງ 47 ສະຫາຍ.
ໃນພິທີສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ກ່າວຄຳປາໄສໂດຍໄດ້ຍົກໃຫ້ຮູ້ເຖີງປະຫວັດທີ່ຜົນເດັ່ນໃນການນາໍພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ໃນໄລຍະ 68 ປີ ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອອັນສະຫງ່າລາສີຂອງພັກນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ເຊິ່ງເປັນພັກ ທີ່ມີການນໍາພາອັນສະຫຼາດສ່ອງໄສ, ນໍາພາ-ຊີ້ນໍາປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນ ວັນທີ 2 ທັນວາ ປີ 1975ສືບຕໍ່ນໍາພາປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລຕາມແນວທາງທີ່ພັກໄດ້ກໍານົດໄວ້ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນເປັນພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຫົວໜ້າ ເພື່ອສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ໃນການນໍາພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງ ເຊິ່ງການກໍາເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ແມ່ນຂີດໝາຍ ແລະ ເປັນບາດລ້ຽວອັນສໍາຄັນທາງດ້ານປະຫວັດສາດ ໃນວິວັດທະນາການຂອງຊາດລາວເຮົາ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ ທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວແຫ່ງການນໍາພາຊາດລາວເຮົາກ້າວເຂົ້າສູ່ການສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຂອງພັກ ອັນເຮັດໃຫ້ປະເທດຊາດ ແລະ ປະຊາຊົນລາວມີຊີວິດການເປັນຢູ່ນັບມື້ດີຂຶ້ນ.
![]() | ມື້ນີ້ | 77 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 218 |
![]() | ເດືອນນີ້ | 2540 |
![]() | ທັງໝົດ | 191558 |
ຫນ່ວຍກູ້ໄພ: 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌