• ຝຶກອົບຮົມນິຕິກໍາຕ່າງໆ ໃຫ້ຄະນະບໍລິຫ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີປະດັບຜ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ
  • ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ
  • ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕ
  • ຄະນະໂຄສະນາອົບຮົມແຂວງລົງຕິດຕາມການຮ
ຝຶກອົບຮົມນິຕິກໍາຕ່າງໆ ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ

ຝຶກອົບຮົມນິຕິກໍາຕ່າງໆ ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ

          ໃນວັນທີ 20-21 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບ...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ວຽກງານໂຄສະນາອົບຮົມທົ່ວແຂວງ  ປະຈໍາປີ 2022

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022

         ໃນຕອນເຊົ້າຂອງວັນທີ 6 ມັງກອນ 2023 ຄະນະໂຄສະນາອົບຮົມແຂວງ ເປ...
ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

       ໃນວັນທີ 1 ກໍລະກົດ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີ...
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022.

      ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເ...
Previous
Next

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ສະຫຼຸບວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2022

         ໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ​, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານ-ສະມາຊິກພັກພາຍໃນເຂົ້າຮ່ວມ.

       ເພື່ອຈັດຕັ້ງປະຕິບັດຕາມ ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ XI ມາດຕາ 49 ວ່າດ້ວຍວຽກງານຕິດຕາມ, ກວດກາຂອງພັກ, ກົດໝາຍວ່າດ້ວຍກວດກາລັດ ສະບັບປັບປຸງ ເລກທີ 41/ສພຊ ໝວດທີ 3 ມາດຕາ 51 ວ່າດ້ວຍສິດ ແລະໜ້າທີ່ຂອງຂະແໜງກວດກາລັດພະແນກການຂັ້ນແຂວງ. ດັ່ງນັ້ນ, ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 1 ປີຜ່ານມາ. ໃນກອງປະຊຸມ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ປະທານກວດກາໜ່ວຍພັກ ໄດ້ຂຶ້ນຜ່ານ ຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ ຂອງຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2022 ແລະທິດທາງແຜນການ ປະຈໍາປີ 2023 ໂດຍເນື້ອໃນບົດສະຫຼຸບ ໄດ້ສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ຂອງ ຄະນະກວດກາພາຍໃນຄະນະໂຄສະນາອົບຮົມແຂວງ ໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງບັນດາຂະແໜງການ, ການປະຕິບັດກົດລະບຽບຂອງພັກ, ການປະຕິບັດລະບຽບລັດຖະກອນຂອງພະນັກງານ-ສະມາຊິກພັກ ແລະງົບປະມານທີ່ນໍາໃຊ້ເຂົ້າໃນການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ ແລະໄດ້ວາງທິດທາງແຜນການ ກ່ຽວກັບວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2023. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານດັ່ງກ່າວຢ່າງເປັນເຈົ້າການດ້ວຍຄວາມຮັບຜິດຊອບສູງ.

          ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ລະບຽບລັດຖະກອນ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ນອກຈາກນັ້ນ ຄະນະກວດກາໜ່ວຍພັກກໍ່ຕ້ອງເປັນເຈົ້າການໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດລະບຽບຕ່າງໆຂອງພະນັກງານ-ລັດຖະກອນ, ສະມາຊິກພັກຢ່າງເປັນປົກກະຕິ.

ສະຖິຕິຜູ້ເຂົ້າຊົມ:

168836
ມື້ນີ້ມື້ນີ້62
ມື້ວານນີ້ມື້ວານນີ້286
ອາທິດນີ້ອາທິດນີ້551
ເດືອນນີ້ເດືອນນີ້4408
ທັງໝົດທັງໝົດ168836

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 64  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ