• ຄະນະໂຄສະນາ ແຂວງອຸດົມໄຊ ແລະ ແຂວງດຽນບ
  • ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ
  • ປາຖະກະຖາ ວັນສ້າງຕັ້ງແຂວງອຸດົມໄຊ ຄົ
  • ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສາ
  • ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສ
  • ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທ
ຄະນະໂຄສະນາອົບຮົມແຂວງ  ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

          ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາ ຈັ...
ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົ...
ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

         ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮ...
Previous
Next

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົບຮົມເອກະສານໃຫ້ມະຫາຊົນກ້າວໜ້າທີຈະຂະຫຍາຍເຂົ້າພັກ. ໂດຍການເປັນປະທານຂອງສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາມະຫາຊົນກ້າວໜ້າມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮຽນ 17 ສະຫາຍ, ຍິງ 07 ສະຫາຍ.

      ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ. ເພື່ອເຮັດໃຫ້ມະຫາຊົນກ້າວໜ້າເຂົ້າໃຈຕໍ່ກັບເນື້ອໃນເອກະສານດັ່ງກ່າວ ສະຫາຍ ນາງ ແກ້ວໄຊ ມະນີວົງ, ໄດ້ບັນຍາຍເອກະສານອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ 13 ຄໍາຖາມ 13 ຄໍາຕອບໃຫ້ມະຫາຊົນກ້າວໜ້າເຊື່ອມຊຶມ, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້ກ່ຽວກັບມາດຖານເງື່ອນໄຂຂອງມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ຈະໄດ້ຮັບເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ນອກຈາກນັ້ນສະຫາຍຍັງໄດ້ສຶກສາອົບຮົມໃຫ້ມະຫາຊົນກ້າວໜ້າຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຕື່ນຕົວຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍເພື່ອໃຫ້ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

     ໂອກາດດັ່ງກ່າວ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມ ແລະຮຽກຮ້ອງມາຍັງມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ສືບຕໍ່ນໍາເອົາເອກະສານດັ່ງກ່າວໄປຄົ້ນຄວ້າເຊື່ອມຊຶມໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພັກປະຊາຊົນປະຕິວັດລາວ, ຄົ້ນຄວ້າຮໍາຮຽນແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຂະບວນການຂອງມະຫາຊົນຢ່າງກວ້າງຂວາງສ້າງມາດຖານເງື່ອນໄຂຄົບຖ້ວນໃຫ້ກາຍເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ສະຖິຕິຜູ້ເຂົ້າຊົມ:

191564
ມື້ນີ້ມື້ນີ້83
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້224
ເດືອນນີ້ເດືອນນີ້2546
ທັງໝົດທັງໝົດ191564

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ