ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົບຮົມເອກະສານໃຫ້ມະຫາຊົນກ້າວໜ້າທີຈະຂະຫຍາຍເຂົ້າພັກ. ໂດຍການເປັນປະທານຂອງສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາມະຫາຊົນກ້າວໜ້າມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮຽນ 17 ສະຫາຍ, ຍິງ 07 ສະຫາຍ.
ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ. ເພື່ອເຮັດໃຫ້ມະຫາຊົນກ້າວໜ້າເຂົ້າໃຈຕໍ່ກັບເນື້ອໃນເອກະສານດັ່ງກ່າວ ສະຫາຍ ນາງ ແກ້ວໄຊ ມະນີວົງ, ໄດ້ບັນຍາຍເອກະສານອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ 13 ຄໍາຖາມ 13 ຄໍາຕອບໃຫ້ມະຫາຊົນກ້າວໜ້າເຊື່ອມຊຶມ, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້ກ່ຽວກັບມາດຖານເງື່ອນໄຂຂອງມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ຈະໄດ້ຮັບເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ນອກຈາກນັ້ນສະຫາຍຍັງໄດ້ສຶກສາອົບຮົມໃຫ້ມະຫາຊົນກ້າວໜ້າຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຕື່ນຕົວຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍເພື່ອໃຫ້ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໂອກາດດັ່ງກ່າວ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມ ແລະຮຽກຮ້ອງມາຍັງມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ສືບຕໍ່ນໍາເອົາເອກະສານດັ່ງກ່າວໄປຄົ້ນຄວ້າເຊື່ອມຊຶມໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພັກປະຊາຊົນປະຕິວັດລາວ, ຄົ້ນຄວ້າຮໍາຮຽນແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຂະບວນການຂອງມະຫາຊົນຢ່າງກວ້າງຂວາງສ້າງມາດຖານເງື່ອນໄຂຄົບຖ້ວນໃຫ້ກາຍເປັນສະມາຊິກພັກປະຊາຊົນປະຕິວັດລາວ.
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 140 |
![]() | ເດືອນນີ້ | 636 |
![]() | ທັງໝົດ | 181142 |
ຫນ່ວຍກູ້ໄພ: 1624
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌