ໃນຕອນເຊົ້າຂອງວັນທີ 30 ພະຈິກ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດ ກ່ອນເປີດກອງປະຊຸມໃຫຍ່ຂອງໜ່ວຍພັກກອງກວດກາພາສີ ປະຈໍາແຂວງອຸດົມໄຊ ທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນ ຢູ່ທີ່ຫ້ອງປະຊຸມກອງກວດກາພາສີ ປະຈໍາແຂວງ ໂດຍການເປັນປະທານຂອງສະຫາຍ ປອ ສຸລິຍາ ສຸພິທັກ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນ, ມີສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ແລະ ສະຫາຍ ຫັດສະດີ ພົມມະເທບ ຄະນະພັກຮາກຖານ ພະແນກການເງິນ, ເລຂາໜ່ວຍພັກກອງກວດກາພາສີ ປະຈໍາແຂວງ, ມີບັນດາສະມາຊິກພັກພາຍໃນໜ່ວຍ, ແຂກເຊີນເຂົ້າຮ່ວມ 16 ສະຫາຍ, ຍິງ 2 ສະຫາຍ.
ໃນກອງປະຊຸມດັ່ງກ່າວສະຫາຍ ນາງ ແກ້ວໄຊ ມະນີວົງ, ໄດ້ເຜີຍແຜ່ເອກະສານ 2 ບົດຄື: ບົດທີ 1 ການເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີ ເປັນເອກະພາບພາຍໃນພັກ ແລະ ບົດທີ 2 ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາຫນ້າຂອງພັກ. ເຊິ່ງໃນການເຜີຍແຜ່ເອກະສານ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອການໝູນໃຊ້ລັດທິມາກ-ເລນິນເຂົ້າໃນການປະຕິວັດຂອງບັນດາທ່ານຜູ້ນໍາໃນສະໄໝຕໍ່ສູ້ກູ້ຊາດຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດ, ການໝູນໃຊ້ລັດທິມາກ-ເລນິນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ພ້ອມກັນນັ້ນ ຍັງໄດ້ສຶກສາອົບຮົມໃຫ້ພະນັກງານສະມາຊິກພັກທຸກສະຫາຍຕ້ອງໄດ້ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ສາມັກຄີຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ. ຈາກນັ້ນສະຫາຍ ປອ ສຸລິຍາ ສຸພິທັກ, ໄດ້ເຜີຍແຜ່ເອກະສານ ບົດທີ 3 ວ່າດ້ວຍການຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເຊິ່ງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານພາສີໃຫ້ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ ແລະພ້ອມທັງສຶກສາອົບຮົມສະມາຊິກພັກໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະມີຄວາມສາມັກຄີເປັນເຈົ້າການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບຫມາຍໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ໂອກາດດັ່ງກ່າວ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາຫນ່ວຍພັກ, ຮອງຫົວຫນ້າຄະນະ ໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ຈົ່ງເປັນເຈົ້າການໃນການກະກຽມຄວາມພ້ອມທຸກໆດ້ານໃນການກະກຽມເປີດກອງປະຊຸມໃຫຍ່ຂອງໜ່ວຍພັກ ເປັນຕົ້ນແມ່ນມີຄວາມເປັນເອກະພາບກັບເນື້ອໃນບົດລາຍງານການເມືອງ, ທິດທາງແຜນການຂອງກອງປະຊຸມໃຫ້ມີເນື້ອໃນຄົບຖ້ວນ, ສາມາດຫັນມາເປັນແຜນການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ, ໃນການເລືອກຕັ້ງຄະນະພັກຊຸດໃໝ່ ແມ່ນໃຫ້ປະຕິບັດຕາມມາດຖານເງື່ອນໄຂທີ່ຂັ້ນເທິງໄດ້ວາງອອກ ເພື່ອເຮັດໃຫ້ກອງປະຊຸມຂອງໜ່ວຍພັກສໍາເລັດຕາມແຜນການທີ່ວາງໄວ້.
![]() | ມື້ນີ້ | 70 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 47 |
![]() | ເດືອນນີ້ | 4061 |
![]() | ທັງໝົດ | 160802 |
ຫນ່ວຍກູ້ໄພ: 1624
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌