ໃນຕອນບ່າຍຂອງວັນທີ 15 ພະຈິກ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນມັດທະຍົມສົມບູນເທດສະບານແຂວງ ນໍາພາທິມງານໂດຍ ທ່ານ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ສົມລິດ ສັນນິວາດ ຮອງເລຂາໜ່ວຍພັກ, ຮອງອໍານວຍການໂຮງຮຽນມັດທະຍົມສົມບູນເທດສະບານແຂວງ, ຄະນະຮັບຜິດຊອບຈາກ ຄະນະໂຄສະນາອົບຮົມແຂວງ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອຈັດຕັ້ງປະຕິບັດພາລະບົດບາດ, ມະຕິຕົກລົງເລກທີ 580/ຄປພຂ, ລົງວັນທີ 7 ສິງຫາ 2014; ໃນການເຄື່ອນໄຫວລົງຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງຢູ່ບັນດາໂຮງຮຽນອະຊີວະສຶກສາ, ໂຮງຮຽນສາມັນພາຍໃນແຂວງ. ໃນການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ໂຮງຮຽນມັດທະຍົມສົມບູນເທດສະບານແຂວງຄັ້ງນີ້ ແມ່ນເພື່ອຕິດຕາມການຮຽນ-ການສອນ, ການສົ່ງຄວາມຮູ້ຂອງຄູ-ອາຈານໃຫ້ນັກຮຽນໂດຍສະເພາະວິຊາສຶກສາພົນລະເມືອງ; ພ້ອມທັງຍົກສູງໃຫ້ບັນດາຄູອາຈານໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ຄົ້ນຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ ໃຫ້ເຂົ້າໃຈເລິກເຊິ່ງ ເພື່ອສາມາດຫັນມາເປັນບົດຮຽນສິດສອນໃຫ້ນັກຮຽນມີຄວາມຮູ້ພື້ນຖານກ່ຽວກັບວຽກງານການເມືອງ-ແນວຄິດ, ເປັນການສຶກສາອົບຮົມ, ປູກຈິດສໍານຶກໃຫ້ນັກຮຽນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ, ມີຄຸນສົມບັດດີ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງສັງຄົມ. ຈາກນັ້ນຄະນະທິມງານຈິ່ງໄດ້ລົງຕິດຕາມການຮຽນ-ການສອນຕົວຈິງຢູ່ຫ້ອງຮຽນ ເພື່ອຖອດຖອນບົດຮຽນ.
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 44 |
![]() | ເດືອນນີ້ | 4058 |
![]() | ທັງໝົດ | 160799 |
ຫນ່ວຍກູ້ໄພ: 1624
ມີ 7 ຂາສັນຈອນ ແລະ ສະມາຊິກໜຶ່ງຄົນ ອອນໄລນ໌