ກອງປະຊຸມໃຫຍ່ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ຄັ້ງທີ VIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ພະຈິກ 2022 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ສາຍດໍາ ໃຈຫຼ້າ ປະທານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສົມສັກ ຄໍາລ້ານ ຮອງປະທານສະຫະພັນກໍາມບານແຂວງ, ບັນດາສະຫາຍແຂກເຊີນຈາກຮາກຖານອ້ອມຂ້າງແຂວງ ແລະ ສະມາຊິກກໍາມະບານພາຍໃນ ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 8 ສະຫາຍ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ໄລຍະ 5 ປີຜ່ານມາ ແລະ ບັນດາທິດທາງແຜນການໃນການຈັດຕັ້ງປະຕິບັດຕໍ່ໜ້າ, ພ້ອມນັ້ນຍັງໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ເສີມຂະຫຍາຍ, ດ້ານຄົງຄ້າງໃນ 5 ປີຜ່ານມາ: ຄະນະກໍາມະບານຮາກຖານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ແລະ ນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັງ, ຂໍ້ກໍານົດ, ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກກໍາມະບານ ໄດ້ທັງໝົດ 36 ຄັ້ງ, ມີສະມາຊິກເຂົ້າຮ່ວມ 507 ເທື່ອສະຫາຍ, ເອົາໃຈໃສ່ວຽກງານໂຄສະນາຜ່ານສື່ດ້ວຍການຂຽນບົດຂ່າວ, ບົດຄວາມກ່ຽວກັບຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມ, ບັນດາມູນເຊື້ອວັັນສຳຄັນຕ່າງໆ ຜ່ານສື່ເອເລັກໂຕນິກ (Electronic) ໄດ້ 165 ຄັ້ງ, 198 ບົດ ແລະ ແຈກຢາຍວາລະສານ ໃຫ້ພາກສ່ວນຕ່າງໆ ໄດ້ 20.220 ຫົວ; ເປັນເຈົ້າການຈັດຕັ້ງປະຕິບັດວິຊາສະເພາະຕາມສິດ, ໜ້າທີ່, ພາລະບົດບາດ ໂດຍການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກແຂວງ ສໍາເລັດ 100%, ໄດ້ບໍາລຸງກໍ່ສ້າງສະມາຊິກກໍາມະບານ ໂດຍການຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມ ແລະ ວຽກງານຕ່າງໆ ໃນໄລຍະສັ້ນຢູ່ພາຍໃນແຂວງ ລວມທັງໝົດ 54 ເທື່ອສະຫາຍ, ຍິງ 24 ເທື່ອສະຫາຍ. ໄດ້ເອົາໃຈໃສ່ປົກປ້ອງສິດ, ຜົນປະໂຫຍດຂອງພະນັກງານ-ສະມາຊິກກຳມະບານ ຢູ່ໃນການຈັດຕັ້ງຮາກຖານສອດຄ່ອງກັບແນວທາງ, ກົດໝາຍ ແລະ ຜົນປະໂຫຍດຕົວຈິງເຊັ່ນ: ໄດ້ຮັບເງິນເດືອນ, ເງິນອຸດໝູນ ເປັນປົກກະຕິ, ໄດ້ປະຕິບັດນະໂຍບາຍຕ່າງໆ ໄດ້ທັງໝົດ 131 ເທື່ອສະຫາຍ, ຍິງ 44 ເທື່ອສະຫາຍ, ໃນ 5 ປີຜ່ານມາສະມາຊິກກໍາບານຮາກຖານ ໄດ້ຮັບໃບຍ້ອງຍໍ 5 ເປັນເຈົ້າປະເພດດີເດັ່ນໄດ້ 90 ເທື່ອສະຫາຍ, ຍິງ 30 ເທື່ອສະຫາຍ. ກອງປະຊຸມດັ່ງກ່າວແມ່ນໄດ້ແຜ່ນບັນດາມາດຖານເງື່ອນໄຂຂອງຜູ້ສະມັກ, ຜ່ານມະຕິຕົກລົງ ເຊິ່ງມີຜູ້ສະໝັກ ຈໍານວນ 5 ສະຫາຍ, ຍິງ 2 ສະຫາຍ. ຜ່ານການລົງຄະນະແນນສຽງ ແລະ ຜ່ານກອງປະຊຸມປະຖົມລຶກໄດ້ເລືອກເອົາ ປະທານກໍາມະບານຮາກຖານຊຸດໃໝ່ ຈໍານວນ 3 ສະຫາຍ, ຍິງ 1 ສະຫາຍຄື: 1. ສະຫາຍ ນ. ສີປານຄໍາ ອິນໃຈ ເປັນປະທານ, 2. ສະຫາຍ ພູວັນ ອ່ອນພະຈັນ ເປັນຮອງປະທານ, 3 ສະຫາບ ບຸນແກ້ວ ກຸຕຕິຄຸນໂນ ເປັນຄະນະກໍາມະບານ. ພ້ອມນັ້ນ ກອງປະຊຸມຍັງໄດ້ແຕ່ງຕັ້ງປະທານກວດກາ ແລະ ຮອງປະທານກວດກາ ຈໍານວນ 2 ສະຫາຍ.
![]() | ມື້ນີ້ | 62 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 39 |
![]() | ເດືອນນີ້ | 4053 |
![]() | ທັງໝົດ | 160794 |
ຫນ່ວຍກູ້ໄພ: 1624
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌