• ຄະນະໂຄສະນາ ແຂວງອຸດົມໄຊ ແລະ ແຂວງດຽນບ
  • ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ
  • ປາຖະກະຖາ ວັນສ້າງຕັ້ງແຂວງອຸດົມໄຊ ຄົ
  • ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສາ
  • ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສ
  • ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທ
ຄະນະໂຄສະນາອົບຮົມແຂວງ  ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

          ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາ ຈັ...
ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົ...
ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

         ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮ...
Previous
Next

ກອງປະຊຸມສະຫຼຸບຕີລາຄາການນໍາວຽກງານໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022.

       ໃນວັນທີ 1 ກໍລະກົດ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານ ຂອງຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022 ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ 17 ສະຫາຍ, ຍິງ 5 ສະຫາຍ.

        ກອງປະຊຸມແມ່ນໄດ້ຕີລາຄາຜົນງານດ້ານດີໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ ເຊິ່ງຄະນະໜ່ວຍພັກຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ເຮັດຢ່າງເປັນປົກກະຕິ ເປັນຕົ້ນແມ່ນໄດ້ນໍາພາຮ່ວມຊີວິດການເມືອງປະຈຳເດືອນພາຍໃນໜ່ວຍພັກເປັນປົກກະຕິ, ນໍາເອົາແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ລະບຽບກົດໝາຍຂອງລັດ; ມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ສາກົນ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ; ຈັດຕັ້ງປ້ອງກັນເວນຍາມຫ້ອງການໃນວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງແຂວງ, ຮັກສາໄດ້ຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍດີ. ເພື່ອຮັບປະກັນລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກ ແນໃສ່ປັບປຸງການຈັດຕັ້ງພັກ, ເສີມຂະຫຍາຍການຕໍານິຕິຊົມຕົນເອງ ແລະ ຕິຊົມເຊິງກັນ ແລະ ກັນ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງຢ່າງທັນການ. ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກຢ່າງໜັກແໜ້ນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນໜ່ວຍພັກ ແລະ ເສຍເງິນບໍາລຸງພັກເປັນປົກກະຕິ; ວຽກງານວິຊາສະເພາະຍັງໄດ້ຄົ້ນຄວ້າ, ປັບປຸງເນື້ອໃນເອກະສານມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ແລະ ​ຂອງສາກົນ, ເຄື່ອນ​ໄຫວໂຄສະນາເຄື່ອນທີ່ ​ດ້ວຍການນຳເອົາ​ບັນ​ດາ​ມູນ​ເຊື້ອ​ຂອງ​ຊາດ, ຂອງ​ພັກ ແລະ​ສາ​ລະ​ໜ້າ​ຮູ້ຕ່າງໆໂຄສະນາ​ຢູ່ຮາກຖານບ້ານ ແລະ ​ໂຄ​ສະ​ນາ​ຜ່ານສື່ດ້ວຍການຂຽນບົດຂ່າວ, ບົດຄວາມລົງເວັບໄຊສ໌, ສົ່ງວິທະຍຸກະຈາຍສຽງຂອງແຂວງ; ເປັນ​ເຈົ້າ​ການ​ຊຸກ​ຍູ້ຄະ​ນະ​ພັກ​ແຕ່​ລະ​ຂັ້ນໃນ​ການ​​ເຜີຍ​ແຜ່ເຊື່ອມ​ຊຶມສອງວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ມະຕິກອງປະຊຸມຄົບຄະນະສະ ໄໝວິສາມັນຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX; ມະຕິກອງປະຊຸມຄົບຄະນະສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 03 ສະໄໝທີ XI ແລະ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ 05 ສະໄໝທີ IX; ເຄື່ອນໄຫວເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກກ່ອນການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກອ້ອມຂ້າງແຂວງ; ສະຫຼຸບ ແລະ ບົດລາຍງານວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ປະ​ຈຳ​ເດືອນ; 03 ເດືອນ; 06 ເດືອນຕົ້ນປີ 2022; ໄລຍະ 5 ປີ (2016-2020) ແລະ ປະຈໍາປີ 2021 ລົງຝຶກອົບຮົມວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃຫ້ຕາໜ່າງເພື່ອນຮ່ວມງານອ້ອມຂ້າງແຂວງ, ເມືອງໄຊ, ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງຮຸນ ລວມ 04 ຄັ້ງ, ໃນໄລຍະ 06 ເດືອນຕົ້ນປີຜ່ານມາ ໄດ້ຮັບການາຍງານສະພາບແນວຄິດ-ຫາງສຽງສັງຄົມຈາກຕາໜ່າງເພື່ອນຮ່ວມນຳມາຄົ້ນຄວ້າ, ວິເຄາະ, ວິໄຈຜ່ານກອງປະຊຸມປະສານຂ່າວປະຈຳເດືອນ  ສັງລວມບັນຫາທີ່ເປັນຫາງສຽງສັງຄົມ ລາຍງານໃຫ້ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະປະຈໍາພັກແຂວງເປັນປົກກະຕິ ແລະ ທັນເວລາ.

 

ສະຖິຕິຜູ້ເຂົ້າຊົມ:

191561
ມື້ນີ້ມື້ນີ້80
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້221
ເດືອນນີ້ເດືອນນີ້2543
ທັງໝົດທັງໝົດ191561

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ