ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮຽບຮຽງ ແລະ ຂຽນປະຫວັດສາດຂອງແຂວງເຫຼັ້ມທີ II ຂຶ້ນຢ່າງເປັນທາງການໃນວັນທີ 31 ມີນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ. ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້ອງ, ສອງກອງບັນຊາການ, ອະດີດການນຳຂອງແຂວງ ແລະ ຄະນະຮັບຜິດຊອບໃນການຂຽນປະຫວັດສາດ ເຂົ້້າຮ່ວມທັງໝົດ 40 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມດັ່ງກ່າວ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃນການຄົ້ນຄວ້າ-ຮຽບຮຽງ ຢ່າງລະອຽດຖີ່ຖ້ວນໃນແຕ່ລະຂັ້ນຕອນ ໂດຍສະເພາະແມ່ນບັນດາຂໍ້ມູນ; ວັນທີ, ເດືອນ, ປີ, ການຈັດວາງຮູບພາບຕ່າງໆ, ຂອບເຂດ,ສະຖານທີ່ປະຫວັດສາດ, ຄະນະພັກແຂວງແຕ່ລະຊຸດ, ແຕ່ລະສະໄໝ, ການສ້າງສາພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະລວມໄປເຖິງຜົນງານການຍ້ອງຍໍກົມກອງລວມໝູ່, ບຸກຄົນໃນປະຫັວດສາດ ແລະ ອື່ນໆ ເພື່ອຄວາມເປັນເອກະພາບ ກຽ່ວກັບວຽກງານຄົ້ນຄວ້າ - ຮຽບຮຽງ ແລະ ຂຽນປະຫວັດສາດຂອງແຂວງເຫຼັ້ມທີ II ແຕ່ລະພາກຄື: 1. ທີ່ຕັ້ງ, ຈຸດພິເສດ, ພູມສັນຖານ, ດ້ານຊັບພະຍາກອນທໍາມະຊາດ ແລະ ປະຫວັດຄວາມເປັນມາຂອງແຂວງອຸດົມໄຊ; 2. ຂະບວນການຕໍ່ສູ້ຂອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ຕ້ານພວກລ່າເມືອງຂື້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານແຕ່ປີ 1945-1975 ແລະ 3. ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງຄະນະພັກແຂວງ ແລະ ອົງການປົກຄອງຢູ່ແຂວງອຸດົມໄຊແຕ່ລະໄລຍະ. ພ້ອມນັ້ນບັນດາຜຸ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ບັນດາຄໍາຖາມເຈາະຈີ້ມຢ່າງເປັນເອກະສັນ.
ໂອກາດດັ່ງກ່າວສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ໄດ້ຮຽກຮ້ອງມາຍັງ ການນໍາຂັ້ນແຂວງ, ອະດິດການນໍາ, ພະນັກງານຫຼັກແຫຼ່ງ ແລະ ຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າ-ຮຽບຮຽງ ແລະ ຂຽນປະຫວັດສາດ ເສີມຂະຫຍາຍມູນເຊື້ອທີ່ດີງາມທີ່ບັນພະບູລຸດຂອງພວກເຮົາໄດ້ສ້າງປະໄວ້ໃຫ້ຄົນລຸ້ນໃໝ່ໄດ້ສືບທອດປຽ່ນແທນໂດຍການນໍາເອົາບົດຮຽນ ແລະ ປະສົບການເພື່ອນໍາມາເປັນມູນເຊື້ອປະຫັວດຄວາມເປັນມາ, ການຕໍ່ສູ້, ການສ້າງຕັ້ງ, ການເຕີຍຂະຫາຍຕົວ ແລະ ການພັດທະນາເສດຖະກິດ, ວັດທະນາທໍາ-ສັງຄົມ ຂອງແຂວງແຕ່ອະດີດຈົນເຖິງປະຈຸບັນເພື່ອເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ເພື່ອເປັນການສ້າງຂະບວນການສະຫຼອງສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ.
![]() | ມື້ນີ້ | 50 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 142 |
![]() | ເດືອນນີ້ | 638 |
![]() | ທັງໝົດ | 181144 |
ຫນ່ວຍກູ້ໄພ: 1624
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌