ຕອນບ່າຍຂອງວັນທີ 4 ມັງກອນ 2022 ຜ່ານນີ້ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີຮັບສະມາຊິກພັກໃໝ່ ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກຳມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 1 ສະຫາຍ.
ພິທີດັ່ງກ່າວແມ່ນໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 1315/ຄປພຂ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ເພື່ອປະຕິບັດຕາມກົດລະບຽນຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ບັນດາມາດຕະຖານຂອງສະມາຊິກພັກ ແລະ ເງື່ອນໄຂຂອງມະຫາຊົນຜູ້ກ້າວໜ້າຜູ້ຂະຫຍາຍເຂົ້າເປັນສະມາຊິກພັກ, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ຫ້າວຫັນພົ້ນເດັ່ນໃນຂະບວນການຂອງມະຫາຊົນ, ຂະບວນການວຽກງານວິຊາສະເພາະ ແລະ ວຽກງານຕົວຈິ່ງ ດັ່ງນັ້ນຄະນະພັກ, ຄະນະໂຄສະນາອົບຮົມແຂວງ ຈຶ່ງຈັດພິທີຮັບເອົາສະມາຊິກພັກໃໝ່ ຈໍານວນ 1 ສະຫາຍ ຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ. ນອກນັ້ນເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຈະຕ້ອງສືບຕໍ່ຄົ້ນຄວ້າຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ, ນິຕິກຳຕ່າງໆຂອງພັກ-ລັດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງດ້ານຄວາມຮູ້, ຄວາມສາມາດຄຸນສົມບັດສິນທຳປະຕິວັດ, ມູນເຊື້ອອັນດີງາມຂອງພັກ ເພື່ອເປັນກໍາລັງແຮງສູ້ຮົບໃຫ້ແກ່ພັກໃນໄລຍະໃໝ່.
ໂອກາດດັ່ງກ່າວ ສະຫາຍ ມໍ ຊົງ ກຳມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມຕໍ່ພິທີ ແລະ ຮຽກຮ້ອງມາຍັງສະມາຊິກພັກໃໝ່ ສືບຕໍ່ຮັກສາມູນເຊື້ອ, ຜົນງານທີ່ສາມາດເກັບກ່ຽວມາໄດ້ ແລະ ຫ້າວຫັນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປະຕິບັດວິຊາສະເພາະໃນກົມກອງຂອງຕົນຢ່າງໜັກແໜ້ນເພື່ອແບບຢ່າງນຳໜ້າໃນຂະບວນການຂອງມະຫາຊົນ.
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 77 |
![]() | ມື້ວານນີ້ | 148 |
![]() | ອາທິດນີ້ | 176 |
![]() | ເດືອນນີ້ | 2439 |
![]() | ທັງໝົດ | 125053 |