ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ 2 ເມືອງ

       

 

         ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ ເປັນຕົ້ນແມ່ນການປັບປຸງຮູບການ, ວິທີການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່ ມາໃນລະຫວ່າງວັນທີ 20 - 25 ຕຸລາ 2023 ນີ້ ທ່ານ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ນໍາພາທິມງານຈາກຄະນະໂຄສະນາອົບຮົມແຂວງລົງເຄື່ອນໄຫວເຮັດວຽກ ຢູ່ເມືອງງາ ແລະ ເມືອງນາໝໍ້.

          ການລົງເຮັດວຽກຄັ້ງນີ້ ທາງທິມງານໄດ້ເຂົ້າພົບການນໍາຂອງເມືອງ ເພື່ອສະເໜີຈຸດປະສົງຂອງການລົງເຮັດວຽກ ແລະ ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ເຂົ້າເຮັດວຽກນໍາຄະນະໂຄສະນາອົບຮົມເມືອງ ເພື່ອຮັບຟັງການລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງເມືອງ ໄລຍະ 9 ເດືອນ 2023 ຜ່ານມາ ເປັນຕົ້ນແມ່ນດ້ານດີ - ຜົນງານທີ່ຍາດມາໄດ້, ດ້ານອ່ອນ - ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໜີຈໍານວນໜຶ່ງຈາກຄະນະໂຄສະນາອົບຮົມເມືອງ, ພ້ອມທັງມີການແລກປ່ຽນຄໍາຄິດ, ຄໍາເຫັນເຊິ່ງກັນ ແລະ ກັນທາງດ້ານວິຊາການ ໂດຍສະເພາະແມ່ນວຽກງານໂຄສະນາ - ປາຖະກະຖາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານຫ້ອງການ.

ສະຖິຕິຜູ້ເຂົ້າຊົມ:

200569
ມື້ນີ້ມື້ນີ້3
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້672
ເດືອນນີ້ເດືອນນີ້954
ທັງໝົດທັງໝົດ200569

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ