ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ 2 ເມືອງ

       ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຜູ້ຊົງຄຸນວຸດທິບັນດາເຜົ່າໃຫ້ມີຄວາມໜັກແໜ້ນ, ຮັບຮູ້ - ເຂົ້າໃຈເຖິງບົດບາດ, ໜ້າທີ່ຂອງຕົນໃນການເປັນເຈົ້າການສຶກສາອົບຮົມປະຊາຊົນທຸກຊັ້ນຄົນປະຕິບັດແນວທາງນະໂຍບາຍຂອງພັກ - ລັດ. ດັ່ງນັ້ນ, ໃນລະຫວ່າງວັນທີ 21 - 25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ຈັດອົບຮົມເອກະສານການເມືອງ - ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ນໍາພາທິມງານໂດຍ ສະຫາຍ ສາຍດໍາ ໃຈຫຼ້າ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນທີ່ມາຈາກຄະນະໂຄສະນາອົບຮົມແຂວງ - ເມືອງ, ອົງການແນວລາວສ້າງຊາດແຂວງ - ເມືອງ, ຄະນະຮັບຜິດຊອບ ແລະ ສໍາມະນາກອນ ເຂົ້າຮ່ວມ.

       ການອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນບັນດາເຜົ່າ, ການເພີ່ມທະວີຄວາມສາມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ ແລະ ໃຊ້ເວລາໃນການອົບຮົມ ຈຸດລະ 1 ວັນ.

ສະຖິຕິຜູ້ເຂົ້າຊົມ:

200570
ມື້ນີ້ມື້ນີ້4
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້673
ເດືອນນີ້ເດືອນນີ້955
ທັງໝົດທັງໝົດ200570

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ