ຄະນະໂຄສະນາອົບຮົມແຂວງອຸດົມໄຊ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ສະມາຊິກພັກໃໝ່

       ຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດໃຫ້ສະມາຊິພັກໃໝ່ ອ້ອມຂ້າງແຂວງ ຊຸດທີ VII ຂຶ້ນຢູ່ທີຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ຂອງສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ສະມາຊິກພັກໃໝ່ເຂົ້າຮ່ວມທັງໝົດ 58 ສະຫາຍ, ຍິງ 23 ສະຫາຍ.

                  ເພື່ອແນໃສ່ໃຫ້ສະມາຊິກພັກໃໝ່ ໄດ້ຮັບຮູ້-ເຂົ້າໃຈ ກ່ຽວກັບການກໍາເນີດ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈຕໍ່ມູນເຊື້ອ, ວິທີ່ໃນການເສີມຂະຫຍາຍມູນເຊື້ອອົງອາດສະຫງ່າຂອງພັກປະຊາຊົນປະຕິວັດລາວ. ສ້າງຄວາມເປັນເອກະພາບບັນດາເນື້ອໃນເອກະສານ 4 ບົດຄື: 1. ເສີມຂະຫຍາຍມູນເຊື້ອຂອງພັກ, 2. ຍົກສູງຄວາມສາມາດໃນການນໍາພາຂອງພັກ, 3. ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ. 4. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ. ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກໃໝ່ ມີຄວາມເອກອ້າງທະນົງໃຈ ແລະ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອ ຂອງພັກໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຂົ້າໃຈໜັກແໜ້ນຕໍ່ກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ, ໂດຍສະເພາະ ແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ປະກອບສ່ວນໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ໜ່ວຍພັກ ແລະ ສືບຕໍ່ເຮັດໜ້າທີ່ການເມືອງເປັນຢ່າງດີ.

      ໂອກາດດັ່ງກ່າວ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮຽກຮ້ອງມາຍັງສະມາຊິກພັກ ໃຫ້ຍົກສູງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ, ກຳແໜ້ນບັນດານິຕິກຳຕ່າງໆ ສາມາດໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນແຕ່ລະຂົງເຂດ ເພື່ອເປັນກໍາລັງແຮງໃຫ້ແກ່ພັກໃນຕໍ່ໜ້າ.

ສະຖິຕິຜູ້ເຂົ້າຊົມ:

200569
ມື້ນີ້ມື້ນີ້3
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້672
ເດືອນນີ້ເດືອນນີ້954
ທັງໝົດທັງໝົດ200569

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ