ຕອນຄໍ່າຂອງວັນທີ 5 ພຶດສະພາ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງຫຼາ ລົງໂຄສະນາເຄື່ອນທີ່ ຢູ່ບ້ານຫົວແກ້ງ ເມືອງຫຼາ ແຂວງອຸດົມໄຊ ໂດຍການນໍາພາທີມງານຂອງ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ ມີຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 145 ກ່ວາຄົນ, ຍິງ 95 ກ່ວາຄົນ.
ເນື້ອໃນມູນເຊື້ອທີ່ລົງສາຍຄັ້ງນີ້ມີ ມູນວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ສາລະຄະດີໜ້າຮູ້ຈຳນວນໜຶ່ງ ມາສາຍໃຫ້ປະຊາຊົນໄດ້ຮັບຊົມ ໃນໂອກາດດັ່ງກ່າວ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາໄດ້ຍົກໃຫ້ຮູ້ກ່ຽວກັບມູນເຊື້ອສອງວັນປະຫວັດສາດ ແລະ ໄດ້ອະທິບາຍຍົກໃຫ້ເຫັນເນື້ອໃນທີ່ສຳຄັນຂອງສອງເຫດການດັ່ງກ່າວ ໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຕໍ່ເຫດການຕໍ່ສູ້ອັນເດັດດ່ຽວຂອງບັນດາທ່ານຜູ້ນຳ, ຂອງບັນດານັກຮົບປະຕິວັດກອງພັນທີ 2 ເຖີງວ່າຖືກສັດຕູປິດລ້ອມ, ຖືກຈັບກຸມຄຸມຂັງ ແຕ່ຍ້ອນການນໍາພາອັນສະຫຼາດສ່ອງໃສຂອງພັກ, ນໍ້າໃຈເດັດດ່ຽວອາດຫານ, ບໍ່ຍອມຈຳນົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກ, ສິ່ງທົດສອບທ້າທາຍຕ່າງໆ ຂອງບັນດາທ່ານຜູ້ນຳພັກ, ຜູ້ນຳແນວລາວຮັກຊາດ ແລະ ບັນດາພະນັກງານ, ນັກຮົບກອງພັນທີ 2 ຈຶ່ງສາມາດທັບມ້າງກົນອຸບາຍຂອງຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ ໃຫ້ພັງທະລາຍລົງສາມາດຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູ ແລະ ໂຕນອອກຈາກຄຸກ ໄປສູ່ເຂດທີ່ໝັ້ນຢ່າງປອດໄພ.
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 672 |
![]() | ເດືອນນີ້ | 954 |
![]() | ທັງໝົດ | 200569 |
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌