ຕອນຄໍ່າຂອງວັນທີ 4 ພຶດສະພາ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາເຄື່ອນທີ່ໄດ້ນໍາເອົາສາລະຄະດີ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນຊຽງຂວາງ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະແນວລາວຮັກຊາດໄປສາຍໃຫ້ປະຊາຊົນ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ ໂດຍການນໍາພາທີມງານຂອງ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ, ພ້ອມດ້ວຍທີມງານ ເປັນກຽດເຂົ້າຮ່ວມເລຂາຄະນະພັກບ້ານ, ບາຍບ້ານ ແລະປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 165 ກວ່າຄົນ, ຍິງ 125 ກ່ວາຄົນ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາໄດ້ຍົກໃຫ້ຮູ້ກ່ຽວກັບມູນເຊື້ອສອງວັນປະຫວັດສາດຍັງໄດ້ອະທິບາຍໃຫ້ບັນດາທ່ານຜູ້ຊົມໄດ້ຮັບຮູ້ກ່ຽວກັບປະຫວັດຂອງການຕໍ່ສູ້ຢ່າງລະອິດລະອ້ຽວຂອງທ່ານຜູ້ນໍາ ແລະເຫັນເຖິງຄວາມບໍລິສຸດຜຸກຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີຄວາມອົດທົນ, ບໍຫວັ່ນໄຫວຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ. ນໍ້າໃຈສູ້ຮົບອັນພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.
![]() | ມື້ນີ້ | 69 |
![]() | ມື້ວານນີ້ | 87 |
![]() | ອາທິດນີ້ | 666 |
![]() | ເດືອນນີ້ | 948 |
![]() | ທັງໝົດ | 200563 |
ຫນ່ວຍກູ້ໄພ: 1624
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌