ຄະນະໂຄສະນາອົບຮົມແຂວງ

                         ຕອນບ່າຍຂອງວັນທີ 5 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງຫຼາ ລົງໂຄສະນາ-ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນຊຽງຂວາງ ຄົບຮອບ 64 ປີ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະແນວລາວຮັກຊາດ ຄົບຮອບ 63 ປີ ຢູ່ໂຮງຮຽນ ມໍຕົ້ນສໍາພັນໄຊ ເມືອງຫຼາ ແຂວງອຸດົມໄຊ ໂດຍການນໍາພາທີມງານຂອງ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາພອນ ຊິດກັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີອໍານວຍການໂຮງຮຽນ, ຮອງອໍານວນການພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 70 ກ່ວາຄົນ, ຍິງ 25 ກ່ວາຄົນ.

         ທີ່ໄດ້ມີໂອກາດຂຶ້ນໂຄສະນ-ປາຖະກະຖາ ເລົ່າມູນເຊື້ອສອງວັນປະຫັວດສາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາໄດ້ຍົກໃຫ້ຮູ້ກ່ຽວກັບຕໍ່ສູ້ກູ້ຊາດທີ່ບໍ່ຍອມຕົກເປັນຫົວເມືອງຂຶ້ນຂອງສັດຕູ່ຈິ່ງມີການສຶກສາອົບຮົມ ແລະລວບລວມເອົາບັນດາກໍາລັງຂອງອ້າຍນ້ອງທີ່ມີນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນຕໍ່ພາລະກິດປະຕິວັດຕໍ່ໄປຈົນເຖີງໄຊຊະນະສຸດທ້າຍ.

ສະຖິຕິຜູ້ເຂົ້າຊົມ:

181143
ມື້ນີ້ມື້ນີ້49
ມື້ວານນີ້ມື້ວານນີ້131
ອາທິດນີ້ອາທິດນີ້141
ເດືອນນີ້ເດືອນນີ້637
ທັງໝົດທັງໝົດ181143

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 15  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ