ພີທີປາຖະກະຖາມູນເຊື້ອວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ກໍລະກົດ 2022 ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມພິທີມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ສະມາຊິກພັກພາຍໃນ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 5 ສະຫາຍ.
ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີ ແລະ ການເຄື່ອນໄຫວທຸກໄລຍະຂອງການປະຕິວັດ ຂອງປະທານ ສຸພານຸວົງ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງເພິ່ນໃນການນໍາພາ-ຊີ້ນໍາ ຂະບວນການປະຕິວັດລາວ, ສາມາດຍາດໄຊຊະນະອັນຍິ່ງໃຫຍ່ ມາແກ່ປະເທດຊາດຂອງພວກເຮົາ; ຊື່ສຽງຮຽງນາມຂອງປະທານ ສຸພານຸວົງ ແມ່ນພົ້ນເດັ່ນຂຶ້ນໃນຖານະເປັນນັກຮົບຮັກຊາດຮຸ່ນທໍາອິດ, ອຸທິຕົນໃຫ້ແກ່ການປະຕິວັດຕະຫຼອດມາ ໂດຍບໍ່ງໍ້ງ່ຽງຕໍ່ຄວາມລໍາບາກ, ມີຄວາມເສຍສະຫຼະອັນສູງສົ່ງ ແລະ ຍາມໃດກໍເອົາຜົນປະໂຫຍດສ່ວນລວມສູງກວ່າສວນຕົວ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນະຖາວອນຂອງປະເທດຊາດ, ອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ. ນອກນັ້ນ ປະທານ ສຸພານຸວົງ ຍັງເປັນຜູ້ນໍາທີ່ມີຄວາມຈົ່ງຮັກພັກດີອຸດົມການປະຕິວັດ, ກ້າແກ່ນພິລະອາດຫານ ຍາມໃດກໍ່ໄດ້ຍົກສູງສະຕິຕໍ່ລະບຽບວິໄນຕໍ່ການຈັດຕັ້ງ, ເປັນແບບຢ່າງທີ່ດີໃຫ້ຄົນຮຸ່ນໜຸ່ມດ້ານຄຸນສົມບັດ, ສິນທໍາປະຕິວັດ, ເປັນຜູ້ທີ່່ມີນໍ້າໃຈຮັກຊາດອັນດູດດຶ່ມ ແລະ ເປັນນັກການເມືອງທີ່ເກັ່ງເວລາໃດກໍຍົກສູງຜົນປະໂຫຍດຂອງປະຊາຊົນ, ປະເທດຊາດ ສູງກວ່າຜົນປະໂຫຍດສ່ວນຕົວ.
ພິທີດັ່ງກ່າວ ທ່ານ ມໍ ຊົງກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮຽກຮ້ອງມາຍັງ ຄະນະນໍາຂອງຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານສະມາຊິກພັກ ໃຫ້ຍົກສູງໜ້າທີ່ການເມືອງໃນໄລຍະໃໝ່ຂອງຕົນໃຫ້ສູງຂຶ້ນ ພ້ອມທັງຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ສຸພານຸວົງ ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກຂອງຕົນ ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນວຽກງານໂຄສະນາອົບຮົມໃນທົ່ວແຂວງ.
![]() | ມື້ນີ້ | 80 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 221 |
![]() | ເດືອນນີ້ | 2543 |
![]() | ທັງໝົດ | 191561 |
ຫນ່ວຍກູ້ໄພ: 1624
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌