• ຄະນະໂຄສະນາ ແຂວງອຸດົມໄຊ ແລະ ແຂວງດຽນບ
  • ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ
  • ປາຖະກະຖາ ວັນສ້າງຕັ້ງແຂວງອຸດົມໄຊ ຄົ
  • ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສາ
  • ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສ
  • ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທ
ຄະນະໂຄສະນາອົບຮົມແຂວງ  ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

          ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາ ຈັ...
ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

   ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົ...
ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

ແຂວງອຸດົມໄຊ ເປີດກອງປະຊຸມສໍາມະນາວິທະຍາສາດ ປະຫວັດສາດແຂວງອຸດົມໄຊ

         ກອງປະຊຸມສໍາມະນາວິທະຍາສາດ ກຽ່ວກັບວຽກງານຄົ້ນຄວ້າ - ຮ...
Previous
Next

ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ.

         

            ຕອນເຊົ້າຂອງວັນທີ 23 ມີນາ 2023 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ຈັດກອງປະຊຸມວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈໍາປີ 2022 ຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງ ໃຫ້ກຽດເປັນປະທານ ຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານ ພັກ-ພະນັກງານ ເຂົ້າຮ່ວມຂອງ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກການ, ອົງການ ແລະຕາໜ່າງເພື່ອນຮ່ວມງານ, ວຽກງານຕິດຕາມ, ເກັບກໍາຫາງສຽງສັງຄົມ ອ້ອມຂ້າງແຂວງ ເຂົ້າຮ່ວມ 68 ຄົນ, ຍິງ 16 ຄົນ.

          ໃນກອງປະຊຸມ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ເພື່ອເຮັດໃຫ້ການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ ມີຄວາມຖືກຕ້ອງ, ເປັນລະບົບ, ຄົບຖ້ວນ ແລະທັນເວລາ, ໃນໄລຍະ 1 ປີຜ່ານມາ ໄດ້ຮັບການລາຍງານສະພາບຫາງສຽງສັງຄົມ ຈາກຕາໜ່າງເພື່ອນຮ່ວມງານທົ່ວແຂວງ ລວມມີ 402 ບັນຫາ, ບັນຫາຕັ້ງໜ້າ 207 ບັນຫາ, ບັນຫາດ້ານຫຍໍ້ທໍ້ 193 ບັນຫາ, ຖ້ອຍທໍານອງບິດເບືອນ 2 ບັນຫາ, ຜ່ານການວິເຄາະວິໄຈ ເຫັນວ່າ ບັນຫາທີ່ເປັນຫາງສຽງສັງຄົມ ມີ 74 ຫາງສຽງສັງຄົມ, ພ້ອມດຽວກັນນັ້ນ ບັນດາຄະນະຮັບຜິດຊອບຕາໜ່າງເພື່ອນຮ່ວມງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ກໍ່ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດຮ່າງບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ.

          ຕອນທ້າຍ ພິທີທ່ານ ຄໍາພຽງ ຢາຈົງວາ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກ ໃຫ້ບັນດາຄະນະຮັບຜິດຊອບ ຕາໜ່າງເພື່ອນຮ່ວມງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ໃຫ້ຄະນະພັກທຸກຂັ້ນຕ້ອງໄດ້ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມ ນິຕິກໍາຫາງສຽງສັງຄົມໃຫ້ເລິກເຊິງທົ່ວເຖິງເພີ່ມຄວາມຮັບຜິດຊອບສູງຕໍ່ວຽກງານນີ້ຕື່ມອີກ; ຄະນະພັກຂັ້ນທຸກຂັ້ນຜູ້ປະສານງານຂັ້ນແຂວງ, ຂັ້ນເມືອງ ແລະຕາໜ່າງເພື່ອນຮ່ວມງານຕ້ອງໄດ້ເອົາໃຈໃສ່ໃນການກໍາແໜ້ນບັນດາແນວທາງຂອງພັກ, ກົດໝາຍຂອງລັດ, ລະບຽບການ ແລະອື່ນໆ ເພື່ອປະກອບສ່ວນໃນການຕິດຕາມ, ເກັບກໍາສະພາບຫາງສຽງສັງຄົມຖືກຕ້ອງສ່ອດຄ່ອງກັບສະພາບຕົວຈິງໃນຂົງເຂດທີ່ຕົນເອງຮັບຜິດຊອບສາມາດເປັນເຈົ້າການໃນການຕອບຕ້ານຖ້ອຍທໍານອງບິດເບືອນ, ການໃສ່ຮ້າຍປ້າຍສີຕໍ່ການນໍາພາ-ຊີ້ນໍາຂອງພັກ, ຂອງລັດ ຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ປະເທດຊາດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ສະຖິຕິຜູ້ເຂົ້າຊົມ:

191568
ມື້ນີ້ມື້ນີ້87
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້228
ເດືອນນີ້ເດືອນນີ້2550
ທັງໝົດທັງໝົດ191568

ວີດີໂອ....

ມູນເຊື້ອຂອງຊາດ-ຂອງພັກ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

         ຫນ່ວຍກູ້ໄພ: 1624

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ບົດຄວາມເດັ່ນ ແລະ ສາລະໜ້າຮູ້

ອົງການຈັດຕັ້ງມະຫາຊົນ