ໃນຕອນບ່າຍຂອງວັນທີ 27 ທັນວາ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ຮັບສະມາຊິກພັກສໍາຮອງເຂົ້າເປັນສະມາຊິກສົມບູນຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາໜ່ວຍພັກ ແລະສະມາຊິກພັກພາຍໃນເຂົ້າຮ່ວມ.
ປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 2 ຂໍ້ ຄ ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ. ເພື່ອເປັນການຮັບສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນຕາມກົດລະບຽບຂອງພັກ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ເລກທີ 1516/ຄປພຂ, ລົງວັນທີ 19 ທັນວາ 2022. ຈາກນັ້ນ, ສະຫາຍ ມໍ ຊົງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັບມືຮັບເອົາສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ.
ໃນພິທີດັ່ງກ່າວ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ສະມາຊິກພັກໃໝ່ ໂດຍສະຫາຍ ໄດ້ຍົກໃຫ້ຮູ້ກ່ຽວກັບສິດ, ໜ້າທີ່ຂອງສະມາຊິກພັກ ແລະຂໍ້ຫ້າມຂອງສະມາຊິກພັກ, ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິບັດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ຫ້າວຫັນໃນການຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ວຽກງານວິຊາສະເພາະ ແລະຂະບວນການຕ່າງໆ. ຕັ້ງໜ້າປະກອບສ່ວນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ ທັງເປັນການປັບປຸງການຈັດຕັ້ງພັກ ແລະ ແນ່ໃສ່ກໍ່ສ້າງໜ່ວຍພັກໃຫ້ເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
![]() | ມື້ນີ້ | 86 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 227 |
![]() | ເດືອນນີ້ | 2549 |
![]() | ທັງໝົດ | 191567 |
ຫນ່ວຍກູ້ໄພ: 1624
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌