ໃນຕອນບ່າຍ ຂອງວັນທີ 29 ພະຈິກ 2022 ທີ່ສະໂມສອນໃຫ່ຍ ຂອງແຂວງໄດ້ຈັດພິທີ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ຂຶ້ນພາຍໃຕ້ການເປັນປະທານ ຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ອະດີດການນໍາຂອງແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ 7 ເມືອງ, ຄະນະພັກສອງກອງບັນຊາການ ທະຫານ-ຕໍາຫຼວດ, ຫົວໜ້າພະແນກການ-ອົງການ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການນັກທຸລະກິດພາກລັດ-ເອກະຊົນ ເຂົ້າຮ່ວມ 195 ສະຫາຍ, ຍິງ 38 ສະຫາຍ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ຮູ້ມູນເຊື້ອຄວາມສາມັກຄີປ່ອງດອງຂອງປະຊາຊົນລາວບັນດາເຜົ່າ ແລະ ນໍ້າໃຈຕໍ່ສູ້ປົດປ່ອຍຊາດທີ່ອົງອາດກ້າຫານ, ສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ດັ່ງປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ: " ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລາສີ ຄືແນວນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງ ເປັນຄັ້ງທໍາອິດທີ່ປະຊາຊົນລາວບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄືຂອງມວນມະນຸດປະກົດເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກ ຂອງພວກເຮົາ ".
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 44 |
![]() | ເດືອນນີ້ | 4058 |
![]() | ທັງໝົດ | 160799 |
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ສະມາຊິກໜຶ່ງຄົນ ອອນໄລນ໌