ໃນຕອນບ່ານຂອງວັນທີ 12 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງນາໝໍ້ ຢ່າງເປັນທາງການ ນຳພາທິມງານໂດຍ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ໄກເພັດ ອິນພູວຽງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ມີຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານພາຍໃນເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 1 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ຕືຊົ່ງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງນາໝໍ້ ໄດ້ລາຍງານການເຄື່ອນໄຫວໃນການຈັດຕັງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງສາມາດຍາດໄດ້ຫຼາຍຜົນງານທີ່ພົ້ນເດັ່ນ: ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາ ມູນເຊື້ອວັນສໍາຄັນຂອງຊາດ-ຂອງພັກ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ສາກົນ ພ້ອມທັງຕິດຕາມຊຸກຍູ້ພາກສ່ວນອ້ອມຂ້າງເມືອງ, ຮາກຖານບ້ານ; ສະໜອງເອກະສານ ນິຕິກໍາຕ່າງໆໃຫ້ໜ່ວຍພັກອ້ອມຂ້າງ, ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ສັງລວມການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IV ສະໄໝທີ IX ເຊື່ອມຊຶມມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງວຽກງານການເມືອງໃນໄລຍະໃໝ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກ ນອກນັ້ນຍັງໄດ້ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ສັງລວມລາຍງານໃຫ້ຂັ້ນເທິງ ແລະ ໃນກອງປະຊຸມຍັງໄດ້ມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.
ໂອກາດດັ່ງກ່າວ ສະຫາຍ ໄກເພັດ ອິນພູວຽງ ຮອງເລຂາພັກເມືອງ ໄດ້ສະແດງຄວາມຂອບໃຈ ຕໍ່ທິມງານຂັ້ນແຂວງ ທີ່ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ ຢູ່ເມືອງນາໝໍ້ ແລະ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະໂຄສະນາອົບຮົມເມືອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງ ໃຫ້ພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມເມືອງ ຈົ່ງສືບຕໍ່ຈັດຕັ້ງປະຕິວັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນເປັນເສນາທິການໃຫ້ຂັ້ນເທິງ.
![]() | ມື້ນີ້ | 58 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 35 |
![]() | ເດືອນນີ້ | 4049 |
![]() | ທັງໝົດ | 160790 |
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌