ໃນຕອນເຊົ້າວັນທີ 17 ສິງຫາ 2018 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ອົບຮົມສະ ມາຊິກພັກໃໝ່ ຂຶ້ນ ທີ່ສະໂມສອນຂອງແຂວງ ອຸດົມໄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນສະໝອນ ທິບ ພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນ ດາສະມາຊິກພັກສຳຮອງ ທີ່ມາຈາກບັນດາພະ ແນກການອ້ອມຂ້າງແຂວງ, ລັດວິສາຫະກິດ ແລະ ໂຮງຮຽນເຂົ້າຮ່ວມທັງໝົດ 112 ສະຫາຍ.
ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ 5 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດ ທິມາກ-ເລນິນ; 2. ວຽກງານກໍ່ສ້າງພັກ ແລະ ປັບປຸງພັກ; 3. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະ ຕິວັດ; 4. ເຊີດຊູຄວາມເປັນແບບ ຢ່າງນໍາໜ້າຂອງສະມາຊິກພັກ ແລະ 5. ການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ການ ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ແມ່ນເພື່ອແນໃສ່ຍົກລະ ດັບຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບບົດບາດການ ນໍາພາຂອງພັກ, ສ້າງຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ, ຍົກສູງຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ພ້ອມກັນຕ້ານ ແລະ ແກ້ໄຂບັນຫາ ສິ່ງຫຍໍ້ທໍ້ໃນຖັນແຖວພະນັກ ງານ-ສະມາ ຊິກພັກ, ກໍາແໜ້ນທິດນໍາໃນການກໍ່ສ້າງພັກ ໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ.
ໃນພີທີດັ່ງກ່າວ ສະຫາຍ ນ. ຈັນສະໝອນ ທິບພະຫົງ ໄດ້ມີຄໍາເຫັນໂອ້ລົມຕໍ່ສະມາຊິພັກໃໝ່ ເຊິ່ງທ່ານໄດ້ເນັ້ນໃນບາງເນື້ອ ໃນສໍາຄັນດັ່ງນີ້ 1. ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ມະຫາຊົນ, 2. ເອົາໃຈ ໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, 3. ຮໍ່າຮຽນເອົາມູນເຊື້ອອັນດີງາມຂອງພັກ, ຕັ້ງໜ້າຝຶກຝົນຮໍ່າ ຮຽນ, ຍົກລະດັບທິດສະດີຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ ເພື່ອແນໃສ່ສ້າງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີໃນອະນາຄົດ ແລະ ເປັນກໍາລັງສູ້ຮົບຂອງພັກໃນໄລຍະໃໝ່.
![]() | ມື້ນີ້ | 118 |
![]() | ມື້ວານນີ້ | 165 |
![]() | ອາທິດນີ້ | 543 |
![]() | ເດືອນນີ້ | 1627 |
![]() | ທັງໝົດ | 131632 |
ຫນ່ວຍກູ້ໄພ: 1624
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌