ໃນລະຫວ່າງວັນທີ 5-6 ເມສາ 2018 ຜ່ານມາ, ຄະນະໂຄສະນາອົບແຂວງ ອຸດົມໄຊ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ຄະນະໂຄສະນາສຶກສາພັກແຂວງເຊີນລາ ສສ. ຫວຽດ ນາມ, ເຊິ່ງນໍາໂດຍ ສະຫາຍ ລໍມິງຮ້ຽນ ຮອງຫົວໜ້າຄະນະໂຄສະນາສຶກສາພັກ ແຂວງເຊີນລາ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສະຫາຍ ນ.ຈັນສະໝອນ ທິບພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄ ສະນາອົບຮົມແຂວງອຸດົມໄຊພອ້ມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມ ແຂວງ.
ໃນຕອນບາຍຂອງວັນທີ 5 ເມສາ 2018 ທັງສອງຝ່າຍ ໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບວຽກ ງານໂຄສະນາອົບຮົມຂອງສອງແຂວງ ຢ່າງເປັນທາງການ, ກ່ອນອື່ນສະຫາຍ ນ. ຈັນສະໝອນ ທິບພະຫົງ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຂອງຄະນະໂຄ ສະນາສຶກສາພັກ ແຂວງເຊີນລາໃນຄັ້ງນີ້ ແລະ ໄດ້ລາຍ ງານຈຸດພິເສດ, ສະພາບການເຄື່ອນໄຫວວຽກງານໂຄ ສະນາອົບຮົມ, ຜົນງານດ້ານດີ, ບາງຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນ ສະຫາຍ ລໍມິງຮ້ຽນໄດ້ສະແດງຄວາມຊົມເຊີຍຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ລາຍງານສະພາບການເຄື່ອນໄຫວ ວຽກງານຂອງຄະນະໂຄສະນາສຶກສາພັກແຂວງ ເຊີນລາເປັນຕົ້ນແມ່ນ ສິດໜ້າທີ ພາລະບົດບາດ, ການເຄື່ອນໄຫວວຽກງານ ໂຄສະນາສຶກສາອົບ ຮົມການເມືອງ-ແນວຄິດ ຢູ່ແຂວງເຊີນລາ. ນອກນັ້ນສະຫາຍໄດ້ຍົກ ໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຄົງຄ້າງ ແລະ ວິທີການແກ້ໄຂ. ທັງສອງຝ່າຍຍັງໄດ້ຖອດຖອນ ແລກປ່ຽນບົດຮຽນດ້ານວິຊາສະເພາະ ແລະ ວິຊາການດ້ານອື່ນໆ ອີກຫຼາຍດ້ານ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ແມ່ນແນໃສ່ຫັດແໜ້ນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ສອງຊາດຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນການພົວ ພັນອັນດີງາມ ແລະ ໝົດຈິດໝົດໃຈຂອງສອງແຂວງເຊິ່ງຍາມໃດກໍພົວພັນ ແລະ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງສອງຝ່າຍ.
![]() | ມື້ນີ້ | 88 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 229 |
![]() | ເດືອນນີ້ | 2551 |
![]() | ທັງໝົດ | 191569 |
ຫນ່ວຍກູ້ໄພ: 1624
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌