ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ

          ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາ ຈັດຊຸດອົບຮົມເອກະສານການເມືອງ-ແນວຄິດຂອງພັກ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນຢູ່ອ້ອມຂ້າງແຂວງ ແລະ ເມືອງໄຊ ຂຶ້ນທີ່ຫ້ອງປະຊຸມສູນ ICT ໂຮງຮຽນມັດທະຍົມສົມບູນເມືອງໄຊ ໃນລະຫວ່າງວັນທີ 12-13 ກໍລະກົດ 2023 ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ມີຄູ-ອາຈານ ເຂົ້າຮ່ວມຝຶກອົບຮົມທັງໝົດ 37 ຄົນ, ຍິງ 18 ຄົນ.

        ເພື່ອຈັດຕັ້ງປະຕິບັດຕາມ ຕາມຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ປະສານສົມທົບນໍາພະແນກສຶກສາທິການ ແລະກິລາແຂວງ ຈັດຊຸດຝຶກອົບຮົມເອກະສານການເມືອງ-ແນວຄິດຂອງພັກ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນອ້ອມຂ້າງແຂວງ ແລະ ເມືອງໄຊ ເຊິ່ງເນື້ອໃນເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ມີ 6 ບົດຄື: 1 ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2 ເສີມຂະຫຍາຍມູນເຊື້ອຂອງຊາດລາວ, 3 ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນລາວ ຕາມທິດສັງຄົມນິຍົມ, 4 ແນວທາງການສຶກສາຂອງພັກ, 5 ການພັດທະນາເສດຖະກິດຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ແລະ 6 ຈັນຍາບັນຂອງຄູ. ເຮັດໃຫ້ຄູ-ອາຈານຮັບຮູ້, ເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ການເສີມຂະຫຍາຍມູນເຊື້ອຂອງຊາດ, ແນວທາງການສຶກສາ ແລະ ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຄູ-ອາຈານ ໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດ ແລະ ຫຼັກວິຊາການ ສາມາດປະຕິບັດໜ້າທີ່ວຽກງານໃນການສິດສອນໃຫ້ເປັນໄປຕາມແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

       ໂອກາດດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍທ່ານໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານ ຈົ່ງນໍາເອົາບັນດາເອກະສານທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປສຶກສາຄົ້ນຄວ້າໃຫ້ເຂົ້າໃຈເລິກເຊິ່ງ ແລະນໍາໃຊ້ເຂົ້າໃນການສິດສອນ  ແລະ ຮຽກຮ້ອງມາຍັງຄູ-ຈານ ໃນນາມທີ່ເປັນແມ່ພິມຂອງຊາດຈົ່ງເອົາໃຈໃສ່ອົບຮົມສັ່ງສອນໃຫ້ນ້ອງນັກຮຽນໃຫ້ເປັນຄົນດີ, ມີຄວາມສາມັກຄີ, ມີຄວາມຮູ້ຄວາມສາມາດ ເພື່ອຈະໄດ້ກາຍເປັນຜູ້ສືບທອດທີ່ດີຂອງຊາດໃນອານາຄົດ.

 

ມູນເຊື້ອຂອງຊາດ-ຂອງພັກ