ພິທີປາຖະກະຖາ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 61 ປີ ( 15 ກໍລະກົດ 1962 – 15ກໍລະກົດ 2023) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023) ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 14 ກໍລະກົດ 2023 ນີ້ ທີສະໂມສອນແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າກອງບັນຊາການການທະຫານ-ຕ່ຳຫຼວດ ພະນັກງານອາວຸໂສບຳນານ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກທຸລະກິດພໍ່ຄ້າຊາວຂາຍ ພາຍໃນແຂວງອຸດົມໄຊເຂົ້າຮ່ວມ.
ພິທີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ກໍ່ໄດ້ຂື້ນເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ແຕ່ຊຸມປີ 1962 ມາເຖີງປະຈຸບັນ, ເພື່ອເປັນການຈົດຈຳລຳລຶກ ແລະ ຫວນຄືນປະຫວັດສາດ, ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງແຂວງອຸດົມໄຊ ເພື່ອເຮັດໃຫ້ພະນັກງານ ທະຫານ-ຕ່ຳຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງອຸດົມໄຊມີຄວາມຮັບຮູ້, ເອອ້າງທະນົງໃຈຕໍ່ຜົນງານ ໄຊຊະນະ ຕໍ່ກັບການຕໍ່ສູ້ກັບສັດຕູພາຍນອກ ແລະ ການປົກປັກຮັກສາສ້າງສາພັດທະນາແຂວງອຸດົມໄຊ ຕະຫຼອດໄລຍະທີ່ຜ່ານມາ, ບາງຕອນທ່ານໄດ້ໃຫ້ຮູ້ວ່າ ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ເກີດຂຶ້ນ ໃນສະໄໝຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຝຣັ່ງຜູ້ຮຸກຮານ. ເມື່ອ ກ່ອນເມືອງໄຊ ເປັນພຽງເມືອງສ່ວຍ (ເມືອງອາລັກຂາທີ່ຂຶ້ນກັບເຈົ້າຊີວິດຫຼວງພະບາງ), ພໍມາຮອດປີ 1956 ເຈົ້າຊີວິດໄດ້ໂຮມເອົາ 3 ເມືອງ ຄື: ເມືອງໄຊ, ເມືອງຮຸນ, ເມືອງປາກທາ ມາສ້າງຕັ້ງເປັນ ສິ່ງແຂວງໄຊຍະພູມ ເຊິ່ງມີສຳນັກງານກິ່ງແຂວງຕັ້ງຢູ່ ເມືອງໄຊ ແລະ ໃຫ້ຂຶ້ນກັບແຂວງຫຼວງພະບາງ. ພາຍຫຼັງ ເມືອງໄຊ ໄດ້ຮັບ ການປົດປ່ອຍ ສູນກາງພັກຕົກລົງເອົາ ກິ່ງແຂວງໄຊຍະພູມ ສ້າງຕັ້ງເປັນແຂວງລ້ານຊ້າງ ໃນວັນທີ 15 ກໍລະກົດ 1962 ມາຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ ແຂວງເມືອງໄຊ ແລະ ມາເຖິງ ປີ 1967 ແຂວງ ເມືອງໄຊ ໄດ້ປ່ຽນຊື່ມາເປັນ ແຂວງອຸດົມໄຊ ຈົນເຖິງປັດຈຸບັນ, ນອກນີ້ ທ່ານ ຍັງໄດ້ ຍົກໃຫ້ເຫັນຜົນງານການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊຕະຫຼອດ 61 ປີ ຜ່ານມາ ໃນແຕ່ລະດ້ານ ໂດຍສະເພາະແມ່ນດ້ານການເມືອງ-ແນວຄິດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານກະສິກຳແລະ ປ່າໄມ້, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ວຽກງານອຸດສາຫະກຳ ແລະ ການຄ້າ, ວຽກງານໂຍທາທິການ ແລະ ຂົນສົ່ງ, ວຽກງານພະລັງງານ ແລະ ບໍ່ແຮ່,ວຽກງານວັດທະນະທຳ-ສັງຄົມ, ແລະ ວຽກງານອື່ນໆທີ່ພົ້ນເດັ່ນ. ພ້ອມທັງໄດ້ຮຽກຮ້ອງເຖີງພະນັກງານ ທະຫານ-ຕ່ຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງອຸດົມໄຊ ຈົ່ງພ້ອມກັນ ຮ່ວມຈິດຮ່ວມໃຈເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນແຂວງອຸດົມໄຊໃຫ້ມີຄວາມຈະເລີນຫຍີ່ງໆຂື້ນ. ນອກຈາກການເລົ່າມູນເຊື້ອວັນສ້າງຕັ້ງແຂວງອຸດົມໄຊແລ້ວ ທ່ານ ຍັງໄດ້ເລົ່າເຖີງມູນເຊື້ອອັນພິລະອາດຫານຂອງປະທານ ສຸພານຸວົງ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານ, ເຊີ່ງ ທ່ານ ປະທານ ສຸພານຸວົງ ແມ່ນຜູ້ນຳສູງສຸດ ຂອງພັກ ແລະ ລັດ ຄົນໜຶ່ງທີ່ຕິດພັນກັບຂະບວນການປະຕິວັດ, ເພິ່ນໄດ້ຮ່ວມກັບຜູ້ນຳຄົນອື່ນໆ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ປະທານ ສຸພານຸວົງ ເປັນເຈົ້າຊາຍແດງ, ເປັນສັນຍາລັກ ຂອງຄວາມສາມັກຄີ, ເປັນວິສາວະກອນເອກ ຂອງປະເທດເຮົາ ເເລະ ເປັນນັກການເມືອງທີ່ມີຈິດໃຈສາກົນອັນຜ່ອງໃສ, ເພິ່ນເປັນຜູ້ນໍາທີ່ມີ ຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ, ເພື່ອປະຊາຊົນ. ດັ່ງນັ້ນ ເນື່ອງ ໃນໂອກາດວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 114 ປີ, ຄະນະໂຄສະນາອົບຮົມສູນກາງພັກ ຈື່ງໄດ້ສ້າງເອກະສານໂຄສະນາ - ປາຖະກະຖາ ເພື່ອໃຫ້ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ຮ່ຳຮຽນເອົາແບບຢ່າງອັນດີງາມ ຂອງເພິ່ນ ໄປໝູນ ໃຊ້ເຂົ້າໃນການປັບປຸງແບບແຜນວິທີການເຮັດວຽກ, ແບບແຜນການນຳພາ ແລະ ແບບແຜນດຳລົງຊີວິດ ຂອງຕົນ.