ໃນວັນທີ 20-21 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບອົງການແນວລາວສ້າງຊາດແຂວງ ແລະພະແນກພາຍໃນ ເປີດຊຸດຝຶກອົບຮົມນິຕິກໍາຕ່າງໆ ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ ຂຶ້ນທີ່ຫ້ອງປະຊຸມພະແນກພາຍໃນ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະບໍລິຫານງານອົງການພຸດທະສາສະໜາ ພາຍໃນແຂວງເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ ນໍາໃຊ້ 9 ເນື້ອໃນເອກະສານຄື: 1 ກົກເຄົ້າ, ທາດແທ້, ຄຸນລັກສະນະ, ພາລະບົດບາດ ຂອງສາສະໜາ ແລະ ທີ່ຕັ້ງ, ພາລະບົດບາດຂອງອົງການຈັດຕັ້ງສາສະໜາ, 2 ນະໂຍບາຍຂອງລັດຕໍ່ກັບວຽກສາສະໜາ, 3 ວຽກງານເອກະສານທາງການ, 4 ວຽກງານຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ, 5 ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະມູນເຊື້ອຂອງແນວລາວສ້າງຊາດ, 6 ເສີມຂະຫຍາຍມູນເຊື້ອຂອງຊາດ, 7 ເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງແຂວງ, 8 ການຍົກສູງລະວັງຕົວຕໍ່ກົນອຸບາຍຂອງສັດຕູໃນການສວຍໃຊ້ສາສະໜາ ແລະບາງເນື້ອໃນກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ຄະນະ ອພສ ຂັ້ນທ້ອງຖິ່ນ ແລະ 9 ນິຕິກໍາທີ່ກ່ຽວຂ້ອງກັບວຽກງານສາສະໜາ ແລະຮີດຄອງປະເພນີຕ່າງໆ. ການອົບຮົມແມ່ນເພື່ອຍົກສູງຄວາມຮູ້, ຄວາມສາມາດໃຫ້ແກ່ຄະນະບໍລິຫານງານ ອພສ ແຂວງອຸດົມໄຊ ຮັບຮູ້ບັນດາແນວທາງນະໂຍບາຍຂອງລັດຕໍ່ວຽກງານສາສະໜາ ໂດຍສະເພາະແມ່ນນິຕິກໍາກ່ຽວກັບສາສະໜາ, ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອົງການພຸດທະສາສະໜາຖືກຕ້ອງຕາມແນວທາງຂອງພັກ-ລັດ ນອກຈາກນັ້ນກໍ່ເພື່ອເຮັດໃຫ້ອົງການ ອພສ ຮັບຮູ້ເຖິງກົນອຸບາຍຂອງອິດທິກໍາລັງປໍລະປັກທີ່ສວຍໃຊ້ສາສະໜາໂຄສະນາໃສ່ຮ້າຍປ້າຍສີພັກ-ລັດ, ສ້າງຄວາມແຕກແຍກພາຍໃນສັງຄົມ.
ໃນໂອກາດນີ້ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວ ເຊິ່ງທ່ານ ໄດ້ຮຽກຮ້ອງມາຍັງອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ ຂໍໃຫ້ນໍາເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປສຶກສາອົບຮົມໃຫ້ພະສົງສໍາມະເນນພາຍໃນຄວາມຮັບຜິດຊອບຂອງຂອງຕົນໃຫ້ຮັບຮູ້ເຂົ້າໃຈ ກ່ຽວກັບນິຕິກໍາກ່ຽວກັບສາສະໜາ ແລະແນວທາງນະໂຍບາຍຂອງລັດຕໍ່ກັບວຽກງານສາສະໜາ ພ້ອມນັ້ນກໍ່ຊ່ວຍພັກ-ລັດ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ ມີສະຕິລະວັງຕົວຕໍ່ກົນອຸບາຍຂອງອິດທິກໍາລັງປໍລະປັກທີ່ສວຍໃຊ້ສາສະໜາສ້າງຄວາມແຕກແຍກຄວາມສາມັກຄີພາຍໃນສັງຄົມ ເພື່ອເຮັດໃຫ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດທົ່ວສັງຄົມ.