ຄະນະໂຄສະນາອົບຮົມແຂວງ ຈັດພິທີປະດັບຜົນງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

           ໃນຕອນເຊົ້າຂອງວັນທີ 30 ມັງກອນ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະດັບຜົນງານການຈັດຕັ້ງປະຕິບັດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ ( 2016-2020 ) ຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານພາຍໃນເຂົ້າຮ່ວມ.

                ເພື່ອເປັນການຍ້ອງຍໍສັນລະເສີນຜົນງານດີເດັ່ນໃນການປະກອບສ່ວນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ຖືກຕ້ອງ ແລະສົມກຽດ. ໃນພິທີ ທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານ ສະບັບເລກທີ 151/ປປທ, ລົງວັນທີ 14 ກັນຍາ 2022; ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະມອບໃບຍ້ອງຍໍລັດຖະບານ ສະບັບເລກທີ 360/ນຍ, ລັງວັນທີ 14 ກັນຍາ 2022 ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຍ້ອງຍໍສັນລະເສີນຂະບວນແຂ່ງຂັນຮັກຊາດ ແລະສ້າງບ້ານພັດທະນາ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ ປີ 2016-2020. ການປະດັບຜົນງານໃນຄັ້ງນີ້ປະກອບມີ ຫຼຽນໄຊແຮງງານ ຊັ້ນ 1 ມີ 1 ທ່ານ, ຊັ້ນ 3 ມີ 2 ທ່ານ, ຍິງ 1 ທ່ານ; ຫຼຽນກາແຮງງານ 3 ທ່ານ, ຍິງ 1 ທ່ານ; ໃບຍ້ອງລັດຖະບານ 3 ທ່ານ ແລະໃບຍ້ອງຍໍ ຂອງທ່ານເຈົ້າແຂວງ 10 ທ່ານ, ຍິງ 4 ທ່ານ.

       ໃນໂອກາດດັ່ງກ່າວ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວຊົມເຊີຍຜົນງານທີ່ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ທີ່ຍາດໄດ້ຜົນງານໃນການຈັດຕັ້ງປະຕິບັດຂະບວນແຂ່ງຂັນຮັກຊາດ ໃນໄລຍະ 5 ປີຜ່ານມາ, ພ້ອມນັ້ນ ທ່ານ ຍັງໄດ້ໃຫ້ທິດຊີ້ນໍາມາຍັງພະນັກງານ-ລັດຖະກອນ  ໃຫ້ສືບຕໍ່ສືບຕໍ່ຮັກສາມູນເຊື້ອ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັນສິນທໍາປະຕິວັດ, ສຶກສາຄົ້ນຄວ້າຮໍ່າຮຽນບັນດານິຕິກໍາຕ່າງໆ ຂອງພັກ, ລະບຽບກົດໝາຍຂອງລັດໂດຍສະເພາະແມ່ນນິຕິກໍາກ່ຽວກັບວຽກງານໂຄສະນາອົບຮົມໃຫ້ເຂົ້າໃຈເລິກເຊິ່ງ ສາມາດເປັນເສນາທິການທີ່ເຂັ້ມແຂງໃຫ້ຂັ້ນເທິງ ແລະ ປະກອບສ່ວນເຂົ້າໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ດີຂຶ້ນເລຶ້ອຍໆ.

 

ມູນເຊື້ອຂອງຊາດ-ຂອງພັກ