ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022

         ໃນຕອນເຊົ້າຂອງວັນທີ 6 ມັງກອນ 2023 ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມທາງໄກ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຊັ້ນ 2​ ຫ້ອງວ່າການແຂວງ. ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 7 ເມືອງ ແລະພະນັກງານເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 17 ທ່ານ.

       ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະ 1​ ປີຜ່ານມາ. ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ເຊິ່ງເນື້ອໃນບົດສະຫຼຸບໄດ້ສະແດງໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງໂຄສະນາ-ປາຖະກະຖາບັນດາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງສາກົນ, ຂອງທ່ານຜູ້ນໍາ ແລະຂອງແຂວງ, ການເຜີຍແຜ່ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ, ຂອງແຂວງ, ການອົບຮົມເປົ້າໝາຍຕ່າງໆ, ການເກັບກໍາສະພາບແນວຄິດຫາງສຽງສັງຄົມ ແລະວຽກງານການຂຽນປະຫວັດສາດຂອງແຂວງ, ຂອງເມືອງ ແລະປຶ້ມຮູບພາບ 60 ປີແຂວງອຸດົມໄຊ. ພ້ອມທັງຜ່ານແຜນການພັດທະນາວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະ 5 ປີ ( 2023-2027 ) ຈາກນັ້ນບັນຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຕໍ່ບັນດາແຜນການດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.

        ໃນຕອນທ້າຍຂອງກອງປະຊຸມ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງ ທ່ານ ໄດ້ເນັ້ນໜັກຄະນະໂຄສະນາອົບຮົມຂັ້ນແຂວງ, ຄະນະໂຄສະນາອົບຮົມເມືອງ 7 ເມືອງ ຕ້ອງຫັນເອົາບັນດາທິດທາງແຜນການປະຈໍາປີ 2023 ແລະແຜນການພັດທະນາວຽກງານໂຄສະນາອົບຮົມທົ່ວແຂວງ 5 ປີ ມາເປັນແຜນການ, ແຜນງານຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ນອກຈາກນັ້ນກໍ່ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່, ພາລະບົດບາດຂອງຕົນໃນການເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ, ຂອງແຂວງ, ຂອງເມືອງ, ປະຖະກະຖາບັນດາມູນເຊື້ອຂອງຊາດ, ຂອງພັກ ໃຫ້ລົງຮອດຮາກຖານບ້ານເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ-ລັດ ຢ່າງທົ່ວເຖິງ.

ມູນເຊື້ອຂອງຊາດ-ຂອງພັກ