ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ສະຫຼຸບວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2022

         ໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ​, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານ-ສະມາຊິກພັກພາຍໃນເຂົ້າຮ່ວມ.

       ເພື່ອຈັດຕັ້ງປະຕິບັດຕາມ ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ XI ມາດຕາ 49 ວ່າດ້ວຍວຽກງານຕິດຕາມ, ກວດກາຂອງພັກ, ກົດໝາຍວ່າດ້ວຍກວດກາລັດ ສະບັບປັບປຸງ ເລກທີ 41/ສພຊ ໝວດທີ 3 ມາດຕາ 51 ວ່າດ້ວຍສິດ ແລະໜ້າທີ່ຂອງຂະແໜງກວດກາລັດພະແນກການຂັ້ນແຂວງ. ດັ່ງນັ້ນ, ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 1 ປີຜ່ານມາ. ໃນກອງປະຊຸມ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ປະທານກວດກາໜ່ວຍພັກ ໄດ້ຂຶ້ນຜ່ານ ຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ ຂອງຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2022 ແລະທິດທາງແຜນການ ປະຈໍາປີ 2023 ໂດຍເນື້ອໃນບົດສະຫຼຸບ ໄດ້ສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ຂອງ ຄະນະກວດກາພາຍໃນຄະນະໂຄສະນາອົບຮົມແຂວງ ໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງບັນດາຂະແໜງການ, ການປະຕິບັດກົດລະບຽບຂອງພັກ, ການປະຕິບັດລະບຽບລັດຖະກອນຂອງພະນັກງານ-ສະມາຊິກພັກ ແລະງົບປະມານທີ່ນໍາໃຊ້ເຂົ້າໃນການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ ແລະໄດ້ວາງທິດທາງແຜນການ ກ່ຽວກັບວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາປີ 2023. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານດັ່ງກ່າວຢ່າງເປັນເຈົ້າການດ້ວຍຄວາມຮັບຜິດຊອບສູງ.

          ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ລະບຽບລັດຖະກອນ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ນອກຈາກນັ້ນ ຄະນະກວດກາໜ່ວຍພັກກໍ່ຕ້ອງເປັນເຈົ້າການໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດລະບຽບຕ່າງໆຂອງພະນັກງານ-ລັດຖະກອນ, ສະມາຊິກພັກຢ່າງເປັນປົກກະຕິ.

ມູນເຊື້ອຂອງຊາດ-ຂອງພັກ