ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ກ່ອນດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍພັກ

          ໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດ ກ່ອນດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີແຂກເຊີນຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ຫ້ອງວ່າການແຂວງ, ສະມາຊິກພັກພາຍໃນເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 7 ສະຫາຍ. 

          ເພື່ອຈັດຕັ້ງປະຕິບັດຕາມ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ ເລກທີ 04/ຄລສພ, ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການກະກຽມ ແລະດໍາເນີນກອງປະຊຸມໃຫຍ່ ຂອງຮາກຖານພັກໃນທົ່ວແຂວງ ເລກທີ 770/ຄປພຂ ດັ່ງນັ້ນ, ຄະນະໂຄສະນາອົບຮົມແຂວງຈິ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກກ່ອນດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກ. ເຊິ່ງເອກະສານທີ່ນໍາມາເຊື່ອມຊຶມແມ່ນມີ 3 ບົດຄື: ບົດທີ 1 ການເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ບົດທີ 2 ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາຫນ້າຂອງພັກ ແລະ ບົດທີ 3 ວ່າດ້ວຍການຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ. ເຊິ່ງໃນການເຜີຍແຜ່ເອກະສານໄດ້ຍົກໃຫ້ເຫັນເຖິງການກໍາເນີດ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ການຕໍ່ສູ້ກູ້ຊາດກ່ອນບໍ່ມີີພັກນໍາພາ ແລະພາຍຫຼັງມີພັກນໍາພາ, ມູນເຊື້ອຄວາມສະຫຼາດສ່ອງໃສຂອງພັກໃນການໝູນໃຊ້ລັດທິມາກ-ເລນິນເຂົ້າໃນການປະຕິວັດຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດ, ການໝູນໃຊ້ລັດທິມາກ-ເລນິນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ພ້ອມກັນນັ້ນ ຍັງໄດ້ສຶກສາອົບຮົມໃຫ້ພະນັກງານສະມາຊິກພັກທຸກສະຫາຍຕ້ອງໄດ້ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງມາ້ງເພສ້າງຄວາມແບ່ງແຍກພາຍໃນພັກ, ການໃສ່ຮ້າຍປ້າຍສີຂອງອິດທິກໍາລັງປໍລະປັກຕໍ່ພັກ-ລັດ, ສະມາຊິກພັກຕ້ອງສາມັກຄີຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນພາຍໃນພັກ, ຄວາມເປັນແບບຢ່າງນໍາໜ້າໃນການເຄື່ອນໄຫວດໍາລົງຊີວິດ, ການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ຂັ້ນເທິງວາງອອກ, ຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບຫມາຍໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້; ພາຍຫຼັງສຳເລັດການເຊື່ອມຊຶມເອກະສານ ກອງປະຊຸມໄດ້ສືບຕໍ່ດຳເນີນການທາບທາມບຸກຄະລາກອນຮອບທີ I ຕາມມາດຖານເງື່ອນໄຂທີ່ກົດລະບຽບກຳນົດໄວ້.

         ໂອກາດດັ່ງກ່າວ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ຕ້ອງໄດ້ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນກວ່າເກົ່າ ເປັນເຈົ້າການ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ນິຕິກໍາຕ່າງໆທີ່ຂັ້ນເທິງວາງອອກ. ນອກຈາກນັ້ນພ້ອມກັນເປັນເຈົ້າການໃນການກະກຽມຄວາມພ້ອມທຸກໆດ້ານໃນການກະກຽມເປີດກອງປະຊຸມໃຫຍ່ຂອງໜ່ວຍພັກ ເປັນຕົ້ນແມ່ນມີຄວາມເປັນເອກະພາບກັບເນື້ອໃນບົດລາຍງານການເມືອງ, ທິດທາງແຜນການຂອງກອງປະຊຸມໃຫ້ມີເນື້ອໃນຄົບຖ້ວນ, ສາມາດຫັນມາເປັນແຜນການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ, ໃນການເລືອກຕັ້ງຄະນະພັກຊຸດໃໝ່ ແມ່ນໃຫ້ປະຕິບັດຕາມມາດຖານເງື່ອນໄຂທີ່ຂັ້ນເທິງໄດ້ວາງອອກ ເພື່ອເຮັດໃຫ້ກອງປະຊຸມຂອງໜ່ວຍພັກສໍາເລັດຕາມແຜນການທີ່ວາງໄວ້. 

 

ມູນເຊື້ອຂອງຊາດ-ຂອງພັກ