ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ຈັດພິທີປາຖະກະຖາ ວັນເກີດ ປະທານ ໄກສອນ ພົມວິຫານ

         ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ທີ່ສະໂມສອນໃຫ່ຍຂອງແຂວງ ໄດ້ຈັດພິທີປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນທີ່ມາຈາກໂຮງຮຽນມັດທະຍົມສົມບູນເທດສະບານແຂວງ ແລະ ໂຮງຮຽນມັດທະຍົມສົມບູນເມືອງໄຊ ເຂົ້າຮ່ວມທັງໝົດ 420 ຄົນ, ຍິງ 250 ຄົນ.

           ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຊີວິດເມື່ອຍັງເຍົາໄວຂອງເພີ່ນແມ່ນຊີວິດອັນອົບອຸ່ນດ້ວຍຄວາມຮັກ ແລະ ຄວາມເອົາ ໃຈໃສ່ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ອົບຮົມສັ່ງສອນຈາກພໍ່ແມ່ໃຫ້ເປັນເດັກດີມີວິໄນ ແລະ ໄຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາລາວ ຕໍ່ມາໄດ້ເຂົ້າຮຽນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ  ຮຽນໄດ້ຄະແນນດີ. ມາຮອດວັນທີ 27 ກຸມພາ 1948 ສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນເຂດລາວເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ເປັນຫົວໜ້າກອງຕະລຸມບອນ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນທໍາອິດຂອງການປະຕິວັດຢູ່ເຂດຕາເວັນອອກຊຽງເໜືອຂອງລາວ ໂດຍເອົາບໍລິເວນລາວຮຸ່ງ, ພຽງສາ, ມອງນໍ້າ, ຜາຫຼວງ, ເມືອງຊຽງຄໍ້, ແຂວງຫົວພັນເປັນໃຈກາງເຄື່ອນໄຫວປະຕິວັດສ້າງຮາກຖານປະຊາຊົນ, ສ້າງອໍານາດການປົກຄອງໃໝ່, ທັງສູ້ຮົບທັງຂົນຂວາຍທະຫານສັດຕູ ທັງຈັດຕັ້ງທະຫານລາດກອງຫຼອນ ແລະ ຕ້ານການກວດລ້າງຂອງສັດຕູດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນ່ວແນ່ ໂດຍບໍຫວັນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍທໍ້ຖອຍ, ບໍ່ຍອມຈໍານົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູໃດໆທັງສິ້ນ ນໍາພາປະຊາຊົນບັນດາເຜົ່າຕໍ່ສູ້ຈົນສາມາດຍາດໄດ້ໄຊຊະນະ ແລະປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.

        ຕອນທ້າຍຂອງພິທີທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮຽກຮ້ອງມາຍັງ ຄູ-ອາຈານ, ນັກຮຽນ ແລະ ລູກຫລານ ທີ່ເປັນຜູ້ສືບທອດຂອງປະເທດຊາດ ຈົ່ງພ້ອມກັນຮໍ່າຮຽນເອົາເອົາແບບຢ່າງຄຸນສົມບັດ, ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ, ຄວາມເດັດດ່ຽວໜຽວແໜ້ນ ຂອງປະທານ ໄກສອນ ພົມວິຫານ ໄວ້ເພື່ອປັບປຸງຕົນເອງໃນຕໍ່ໜ້າ.

ມູນເຊື້ອຂອງຊາດ-ຂອງພັກ