ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ

          ໃນຕອນເຊົ້າຂອງວັນທີ 9 ທັນວາ 2022​ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະເອກະສານສໍາຄັນຈໍານວນໜຶ່ງ ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ​, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານພາຍໃນເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 5 ທ່ານ.

         ເພື່ອເປັນການລະນຶກເຖິງ 2 ວັນປະຫວັດສາດທີ່ມີຄວາມໝາຍຄວາມສໍາຄັນຕໍ່ຊາດລາວເຮົາ ເວົ້າລວມເວົ້າສະເພາະແມ່ນຕໍ່ພະນັກງານ-ສະມາຊິກພັກ ທີ່ຈະຕ້ອງໄດ້ຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ ເພື່ອເສີມຂະຫຍາຍໃຫ້ ພະນັກງານພາຍໃນໄດ້ຮັບຮູ້ ແລະເຂົ້າໃຈໃຫ້ເລິກເຊິ່ງຕໍ່ກັບມູນເຊື້ອຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ມູນເຊື້ອການຕໍ່ສູ້ພິລາດອາດຫານທີ່ບໍຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະມູນເຊື້ອການມູນໃຊ້ລັດທິມາກ-ເລນິນເຂົ້າໃນການນໍາພາການປະຕິວັດອັນສະຫຼາດສ່ອງໄສ, ຄວາມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງປະທານ ໄກສອນ ພົມວິຫານ ໃນພາລະກິດຕໍ່ສູ້ກູ້ຊາດຈົນໄດ້ຮັບໄຊຊະນະ.  ໃຫ້ສາມາດໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ພ້ອມກັນເສີມຂະຫຍາຍມູນເຊື້ອ 2 ວັນດັ່ງກ່າວໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ. ຈາກນັ້ນ ໄດ້ສືບຕໍ່ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຈໍານວນໜຶ່ງຄື: ບົດບັນທຶກມິດຕະພາບ ແລະການຮ່ວມມືລະຫວ່າງແຂວງອຸດົມໄຊ ສປປ ລາວ ແລະບັນດາແຂວງຂອງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2022, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການປະຢັດ ແລະຕ້ານການຟຸມເຟື່ອຍ ເລກທີ 1032/ຈຂ, ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງ ແລະບັນດາພະແນກການອົງການທຽບເທົ່າພະແນກຂັ້ນແຂວງ ແລະເມືອງ ເລກທີ 940/ຈຂ. ເພື່ອເຮັດໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້ ແລະເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນວຽກງານການພົວພັນຮ່ວມມືກັບ ສສ ຫວຽດນາມຂອງແຂວງອຸດົມໄຊ, ເຂົ້າໃຈກ່ຽວກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນເພື່ອພ້ອມກັນປະຢັດ ແລະຕ້ານການຟຸມເຟື່ອຍເພື່ອຫຼຸດຜ່ອນລາຍຈ່າຍເຮັດໃຫ້ກົມກອງ, ຄອບຄົວ ເຂັ້ມແຂງ ແລະເຂົ້າໃຈແຈ້ງກ່ຽວກັບການປະສານງານລະຫວ່າງຫ້ອງວ່າການແຂວງ ແລະ ພະແນກການ, ອົງການ ແລະເມືອງ, ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ມີຄວາມເປັນເອກະພາບຖືກຕ້ອງຕາມຫຼັກການ ແລະຂັ້ນຕອນ.

          ໃນຕອນທ້າຍພິທີ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາຮົມແຂວງ ໄດ້ໂອ້ລົມຕໍ່ພະນັກງານ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ໜັກແໜ້ນ, ພະນັກງານໂຄສະນາທຸກຄົນຕ້ອງໄດ້ຄົ້ນຄວ້າເຊື່ອມຊຶມກ່ຽວກັບບັນດານິຕິກໍາທີ່ຂັ້ນເທິງວາງອອກໃຫ້ເຂົ້າໃຈເລິກເຊິ່ງສາມາດເປັນນັກໂຄສະນາໃນຕໍ່ໜ້າໃຫ້ກວ້າງຂວາງ.

ມູນເຊື້ອຂອງຊາດ-ຂອງພັກ