ຄະນະໂຄສະນາອົບຮົມແຂວງ ເປີດອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ນັກທຸລະກິດຢູ່ອ້ອມຂ້າງແຂວງ

           ໃນຕອນເຊົ້າຂອງວັນທີ 8 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ຈັດພິທີອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ນັກທຸລະກິດຢູ່ອ້ອມຂ້າງແຂວງ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ໄມພອນ ສິລິວົງ ວ່າການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແລະ ບັນດານັກທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ 25 ທ່ານ, ຍິງ 10 ທ່ານ.

           ເພື່ອຈັດຕັ້ງປະຕິບັດຕາມ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ນັກທຸລະກິດ ສະບັບເລກທີ 25/ຄອສພ, ລົງວັນທີ 22 ກຸມພາ 2021 ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງຝຶກອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ນັກທຸລະກິດຢູ່ອ້ອມຂ້າງແຂວງຂຶ້ນ ເຊິ່ງເອກະສານທີ່ນໍາມາອົບຮົມຄັ້ງນີ້ມີ 4 ບົດຄື: ບົດທີ 1 ວ່າດ້ວຍເສີມຂະຫຍາຍມູນເຊື້ອຂອງຊາດລາວ, ບົດທີ 2 ແນວທາງເສດຖະກິດຂອງພັກ, ບົດທີ 3 ວ່າດ້ວຍຈັນຍາບັນຂອງນັກທຸລະກິດ ແລະ ບົດທີ 4 ພັດທະນາແຂວງອຸດົມໄຊເປັນ 4 ໃຈກາງ. ເພື່ອເຮັດໃຫ້ນັກທຸລະກິດໄດ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບຕົ້ນກໍາເນີດ, ມູນເຊື້ອປະຫວັດຄວາມເປັນມາຂອງຊາດລາວ, ພ້ອມທັງເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ; ເສີມຂະຫຍາຍມູນເຊື້ອຂອງຊາດລາວ ແລະ ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງແຂວງ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປັດຈຸບັນ ເພື່ອໃຫ້ນັກທຸລະກິດທຸກຫົວໜ່ວຍດໍາເນີນທຸລະກິດໄປຕາມແນວທາງນະໂຍບາຍທີ່ພັກ-ລັດ ວາງອອກໃນແຕ່ລະໄລຍະ. ພ້ອມທັງສຶກສາອົບຮົມໃຫ້ນັກທຸລະກິດມີຈັນຍາບັນຈັນຍາທໍາໃນອາຊີບຂອງຕົນ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຕໍ່ສັງຄົມ.         

       ໃນຕອນທ້າຍພິທີທ່ານ ອ່ອນແກ້ວ ອຸ່ນອາລົມ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄດ້ໂອ້ລົມຕໍ່ນັກທຸລະກິດເຊິ່ງທ່ານ ໄດ້ເນັ້ນໜັກໃຫ້ບັນດານັກທຸລະກິດຕ້ອງໄດ້ຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບຕົ້ນກໍາເນີດຂອງຊາດລາວ, ຮັກບ້ານເກີດເມືອງນອນປະກອບສ່ວນຊ່ວຍເຫຼືອພັກ-ລັດໃນການສ້າງສາພັດທະນາປະເທດຊາດ, ນັກທຸລະກິດຕ້ອງໄດ້ສຶກສາບັນດານິຕິກໍາກ່ຽວກັບວຽກງານເສດຖະກິດທີ່ພັກ-ລັດ ວາງອອກແຕ່ລະໄລຍະ, ທ່າແຮງຂອງແຂວງ ເພື່ອໃຫ້ການດໍາເນີນທຸລະກິດມີການຫັນປ່ຽນໄປຕາມສະພາບການຂອງໂລກ ແລະນໍາເອົາເອກະສານອົບຮົມໃນຄັ້ງນີ້ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານໃນບໍລິສັດຂອງຕົນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງຕົນມີການພັດທະນາທີ່ດີຂຶ້ນເລື້ອຍໆ.

ມູນເຊື້ອຂອງຊາດ-ຂອງພັກ