ຜົນສໍາເລັດຊຸດຝຶກອົບຮົມວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃຫ້ຕາ ໜ່າງເພື່ອນຮ່ວມງານ ຢູ່ເມືອງຫຼາ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 12 ສິງຫາ 2022 ເຊິ່ງກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ 02 ວັນ ແຕ່ວັນທີ 11-12 ສິງຫາ 2022 ທີ່ສະໂມງສອນຂອງເມືອງ. ໂດຍການເປັນປະທານພິທີຂອງ ທ່ານ ວິໄລພອນ ຄໍາມະນີ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄຶດ, ໃຫ້ກຽດໂອ້ລົມໂດຍ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີບັນດາທ່ານວິຍາກອນຂັ້ນແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ເລຂາຄະນະພັກ, ຄະນະບ້ານອ້ອມຂ້າງ ເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 05 ສະຫາຍ.
ເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະໃໝ່ ເລກທີ 04/ຄລສພ; ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະໃໝ່ ເລກທີ 08/ຄອສພ ແລະ ຄໍາສັ່ງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ ເລກທີ 620/ຄປພຂ.ອຊ, ລົງວັນທີ 8/7/2017; ເອກະສານທີ່ນໍາມາຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບຫາງສຽງສັງຄົມ; 2. ວິທີເກັບກຳ ແລະ ນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ; 3. ຕາໜ່າງເພື່ອນຮ່ວມງານ ແລະ 4. ວຽກງານຄົ້ນຄວ້າ-ສັງລວມ. ເພື່ອເປັນເອກະພາບຕໍ່ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ບັນດາເນື້ອໃນເອກະສານ ແລະ ແນ່ໃສ່ໃຫ້ນັກສໍາມະນາກອນຍົກລະດັບຄວາມຮັບຮູ້, ເຂົ້າໃຈຂອງຕາໜ່າງເພື່ອຮ່ວມງານ ໃນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂອບເຂດຮັບຜິດຊອບຂັ້ນຂອງຕົນ ເພື່ອເປັນເຈົ້າການສະຫຼຸບບັນດາຫ່າງສຽງດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຖ້ອຍທໍານອງບຶດເບືອນລາຍງານ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ ແລະ ທັນການ.
ໂອກາດດັ່ງກ່າວ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງຮຽກຮ້ອງມາຍັງ ຄະນະພັກແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງຂັ້ນເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ຂັ້ນຮາກຖານບ້ານ ຈົ່ງເພີ່ມທະວີ ແລະ ເອົາໃຈໃສ່ຄົ້ນຄວ້ານິຕິກໍາ, ບົດຮຽນທີ່ກ່ຽຂ້ອງ ຕໍ່ກັບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນຂັ້ນຂອງຕົນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ ຕັ້ງໜ້າໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ-ພະນັກງານ ໃນການຈັດຕັ້ງຢ່າງຕັ້ງໜ້າ.