ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ຕ້ອນຮັບການມາ ຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະໂຄສະນາສຶກສາພັກ ແຂວງ ເຊີນລາ ສສ ຫວຽດນາມ.

                                 

            ໃນລະຫວ່າງວັນທີ 5-6 ເມສາ 2018 ຜ່ານມາ, ຄະນະໂຄສະນາອົບແຂວງ ອຸດົມ​ໄຊ ​ໄດ້​ຕ້ອນຮັບ​ການ​ມາ​ຢ້ຽມຢາມ ແລະ ​ເຮັດ​ວຽກຂອງຄະນະ​ຜູ້​ແທນ ຄະນະ​ໂຄສະນາ​ສຶກສາ​ພັກ​ແຂວງ​ເຊີນລາ ສສ. ຫວຽດ ນາມ, ເຊິ່ງນໍາໂດຍ ສະຫາຍ ລໍມິງຮ້ຽນ ຮອງຫົວໜ້າຄະນະໂຄສະນາສຶກສາ​ພັກ ແຂວງເຊີນລາ, ​ໃຫ້ກຽດຕ້ອນຮັບ​ໂດຍ ທ່ານ ສະຫາຍ ນ.ຈັນສະໝອນ ທິບພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄ ສະນາອົບຮົມແຂວງອຸດົມ​ໄຊພອ້ມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມ ແຂວງ.

         ໃນຕອນບາຍຂອງວັນທີ 5 ເມສາ 2018 ທັງສອງຝ່າຍ ໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບວຽກ ງານໂຄສະນາອົບຮົມຂອງສອງແຂວງ ຢ່າງເປັນທາງການ, ກ່ອນອື່ນສະຫາຍ ນ. ຈັນສະໝອນ ທິບພະຫົງ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ແຂວງອຸດົມໄຊ ຂອງຄະນະໂຄ ສະນາສຶກສາ​ພັກ ແຂວງເຊີນລາໃນຄັ້ງນີ້ ແລະ ໄດ້ລາຍ ງານຈຸດພິເສດ, ສະພາບການເຄື່ອນໄຫວວຽກງານໂຄ ສະນາອົບຮົມ, ຜົນງານດ້ານດີ, ບາງຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນ ສະຫາຍ ລໍມິງຮ້ຽນໄດ້ສະແດງຄວາມຊົມເຊີຍຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ລາຍງານ​ສະພາບ​ການເຄື່ອນໄຫວ ວຽກງານຂອງຄະນະໂຄສະນາສຶກສາ​ພັກແຂວງ ເຊີນລາ​ເປັນຕົ້ນ​ແມ່ນ ສິດໜ້າທີ ພາລະບົດບາດ, ການເຄື່ອນໄຫວວຽກງານ ໂຄສະນາສຶກສາອົບ ຮົມການເມືອງ-ແນວຄິດ ຢູ່ແຂວງເຊີນລາ. ນອກນັ້ນສະຫາຍໄດ້ຍົກ ໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຄົງຄ້າງ ແລະ ວິທີການແກ້ໄຂ. ທັງສອງຝ່າຍຍັງໄດ້ຖອດຖອນ​ ແລກປ່ຽນບົດຮຽນດ້ານວິຊາສະເພາະ ແລະ ວິຊາການດ້ານອື່ນໆ ອີກຫຼາຍດ້ານ.

       ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ແມ່ນແນໃສ່ຫັດແໜ້ນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ສອງ​ຊາດຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນການພົວ ພັນອັນດີງາມ ແລະ ໝົດຈິດໝົດໃຈຂອງສອງແຂວງເຊິ່ງຍາມໃດກໍພົວພັນ ແລະ ຊ່ວຍເຫຼື່ອ​ເຊິ່ງກັນ ​ແລະ ກັນ​ໃນພາລະກິດປົກປັກ ຮັກສາ ​ແລະ ສ້າງສາພັດ ທະນາປະເທດຊາດຂອງສອງຝ່າຍ.

ມູນເຊື້ອຂອງຊາດ-ຂອງພັກ