ເພື່ອເຮັດໃຫ້ຄະນະພັກ-ຄະນະບ້ານ ແລະ ພະນັກງານຊ່ວຍຽກຂັ້ນບ້ານ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແຕ່ລະໄລຍະ ແລະ ມີແນວຄິດເປັນເອກະພາບກ່ຽວກັບບັນດາແນວທາງ, ມີແນວຄິດຮັກຊາດ, ເສີມຂະຫຍາຍຄວາມສາມັກຄີຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ມີໝາກຜົນເຮັດໃຫ້ການບໍລິຫານຂັ້ນບ້ານມີການຫັນປ່ຽນໃໝ່ ແລະ ຖືກຕ້ອງຕາມແນວທາງຂອງພັກ-ກົດໝາຍຂອງລັດ. ດັ່ງນັ້ນ, ໃນວັນທີ 23-24 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ຈັດຝຶກອົບຮົມຄວາມຮູ້ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ-ຄະນະບ້ານ ແລະ ພະນັກງານຊ່ວຍວຽກຂັ້ນບ້ານ ຢູ່ຈຸດສຸມກຸ່ມບ້ານຈອມແລງໃຫຍ່ ເມືອງປາກແບງ ນໍາພາທິມງານໂດຍ ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນ, ຫ້ອງວ່າການແຂວງ ແລະ ສໍາມະນາກອນເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 5 ຄົນ.
ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2023 ໂດຍການເປັນປະທານ ຂອງສະຫາຍ ບຸນເສີນ ເຍືອນຂວັນພະຈັນ ເລຂາໜ່ວຍຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ມໍຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີສະຫາຍ ຄໍາຈັນ ວ່າບົວແສງ ຄະນະບໍລິຫານງານຊາວໜຸ່ມປະຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີແຂກເຊີນຕາງໜ້າຈາກເລຂາ, ຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານເຂົ້າຮ່ວມ.
ໃນວັນທີ 16 ພະຈິກ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວໂຄສະນາປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສາຍສາລະຄະດີ ຢູ່ບ້ານຫຼັກ 32 ແລະ ມສ ຫົວນໍ້າງາ ເມືອງໄຊ ນໍາພາທິມງານໂດຍ ທ່ານ ໄຊຊົງຄາມ ທຳປັນຍາ ຫົວໜ້າຂະແໜງໂຄສະນາ, ມີທ່ານ ສອນເພັດ ຄໍາມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ, ເຂົ້າຮ່ວມມີເລຂາຄະນະພັກເຂດ, ຄະນະພັກບ້ານ, ບາຍບ້ານ, ອໍານວຍການໂຮງຮຽນ ມສ ຫົວນໍ້່ບາກ, ຄູອາຈານ ແລະ ປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 419 ກວ່າຄົນ.
ໃນວັນທີ 16 ພະຈິກ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວໂຄສະນາປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສາຍສາລະຄະດີ ຢູ່ບ້ານແສນລາດ ແລະ ມສ ຫົວນໍ້າບາກ ເມືອງໄຊ ນໍາພາທິມງານໂດຍ ທ່ານ ຄອນພະຈິດ ທັນຍາສິດ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ, ມີທ່ານ ສອນເພັດ ຄໍາມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ, ເຂົ້າຮ່ວມມີເລຂາຄະນະພັກບ້ານ, ບາຍບ້ານ, ອໍານວຍການໂຮງຮຽນ ມສ ຫົວນໍ້່ບາກ, ຄູອາຈານ ແລະ ປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 313 ກວ່າຄົນ.
ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ ເປັນຕົ້ນແມ່ນການປັບປຸງຮູບການ, ວິທີການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່. ດັ່ງນັ້ນ, ໃນວັນທີ 16-17 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງ ນຳພາໂດຍ ທ່ານ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານກຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ.
![]() | ມື້ນີ້ | 80 |
![]() | ມື້ວານນີ້ | 79 |
![]() | ອາທິດນີ້ | 690 |
![]() | ເດືອນນີ້ | 268 |
![]() | ທັງໝົດ | 199883 |
ຫນ່ວຍກູ້ໄພ: 1624
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌